ອີກບໍ່ພໍເທົ່າໃດມື້ ຂະບວນລົດໄຟໂດຍສານລາວ-ຈີນ ຊື່ວ່າຂະບວນລ້ານຊ້າງ ກໍຈະໃຫ້ບໍລິການສາຍພາຍໃນປະເທດຢ່າງເປັນທາງການ ໜຶ່ງໃນຫລາຍຂະແໜງການທີ່ໃຫ້ບໍລິການແກ່ຂະບວນລົດໄຟກໍແມ່ນການຮັກສາຄວາມປອດໄພຕາມເສັ້ນທາງທັງໝົດ ແລະສະຖານີຕ່າງໆ, ທ່ານ ກົວເຈຍຄ່າຍ (Gua Jia Kai) ຜູ້ຈັດການໂຄງການຮັກສາຄວາມປອດໄພ ບໍລິສັດຟຣອນເທຍ ເຊີວິດ ລີມິສເຕັດ ທີ່ຮັບຜິດຊອບຮັກສາຄວາມປອດໄພຕາມເສັ້ນທາງ ລົດໄຟລາວ-ຈີນ ກ່າວວ່າ: ບໍລິສັດຂອງພວກເຮົາໄດ້ເຮັດໜ້າທີ່ ເພື່ອຮັກສາຄວາມປອດໄພຕາມແລວທາງລົດໄຟລາວ-ຈີນ ແຕ່ລະສະຖານີ, ປະກອບມີ ພະນັກງານທັງໝົດ160 ກວ່າຄົນ, ແຕ່ສະຖານີໂດຍສານນະຄອນຫລວງວຽງຈັນ ຫາບໍ່ເຕນ ພ້ອມນີ້ ຍັງມີສະຖານີຂົນສົ່ງສິນຄ້າ ແລະ ບ່ອນເກັບມ້ຽນສິນຄ້າຕ່າງໆ ອີກ.
. ສຳລັບວຽກຮັກສາຄວາມປອດໄພ ຫລື ການປະຕິບັດຕົວຈິງ ,ແມ່ນພວມຢູ່ໃນຂັ້ນທົດລອງເພື່ອກວດສອບ ແລະ ທົດລອງວຽກການຮັກສາຄວາມປອດໄພຕົວຈິງ ຍັງມີຄວາມຕ້ອງການ ແລະ ມີຈຸດໃດທີ່ຈະຕ້ອງໄດ້ເພີ່ມເຕີມ ຫລື ມີການປັບປຸງ, ຫລັງຈາກນັ້ນບໍລິສັດຈະໄດ້ຝຶກຊ້ອມ ແລະ ເພີ່ມຈຳນວນຄົນເຂົ້າຕື່ມ ຕາມຄວາມຈຳເປັນ.
ທ່ານ ກົວເຈຍຄ່າຍ ກ່າວຕື່ມວ່າ: ຂ້າພະເຈົ້າມີຄວາມພາກພູມໃຈຫລາຍ ທີ່ໄດ້ເຂົ້າຮ່ວມ ແລະ ເປັນສ່ວນໜຶ່ງໃນໂຄງການລົດໄຟລາວ-ຈີນ, ເຊິ່ງໄດ້ມີຄວາມພະຍາຍາມສູງໃນການປະກອບສ່ວນເຂົ້າວຽກງານຮັກສາຄວາມປອດໄພ ຕາມເສັ້ນທາງລົດໄຟລາວ-ຈີນ, ເຊິ່ງເປັນເສັ້ນທາງມິດຕະພາບ ແລະ ເປັນເສັ້ນທາງທີ່ສຳຄັນຂອງສອງປະເທດລາວ-ຈີນ ໃນເຊື່ອມໂຍງສາຍພົວພັນລະຫວ່າງສອງປະເທດ.
ທ່ານ ຈັນທະລັກ ເນົາວະລັດ ຮອງປະທານໂຄງການ ຮັບຜິດຊອບ ຮັກຄວາມປອດໄພຕາມເສັ້ນທາງລົດໄຟລາວ-ຈີນ, ທັງເປັນເລຂາບໍລິສັດຮັກສາຄວາມປອດໄພ ໃຫ້ສຳພາດວ່າ: ພາຍຫລັງທີ່ທາງລົດໄຟເປີດໃຫ້ບໍລິການແລ້ວ, ການເຮັດໃຫ້ທາງລົດໄຟໃຫ້ມີຄວາມປອດໄພ ແມ່ນສິ່ງທີ່ປະຊາຊົນລາວ-ຈີນ ສອງປະເທດໃຫ້ຄວາມສຳຄັນສູງ. ເຊິ່ງໜ້າທີ່ຮັບຜິດຊອບຕົ້ນຕໍຂອງບໍລິສັດ ແມ່ນການຮັກສາຄວາມປອດໄພ ແລະ ຮັບຜິດຊອບທາງລົດໄຟທັງໝົດ ເປັນຕົ້ນ ບໍ່ໃຫ້ມີຂີ້ລັກງັດແງະ, ແລະເຮັດສິ່ງບໍ່ດີ ຕາມແລວທາງລົດໄຟ ຮັບປະກັນບໍ່ໃຫ້ເກີດບັນຫາຕ່າງໆ ໃນເວລາຂະບວນລົດໄຟກຳລັງແລ່ນຢູ່ເທິງລາງ.
ຶໃນໄລຍະຜ່ານມາພວກເຮົາກໍໄດ້ຝຶກພະນັກງານຮັກສາຄວາມປອດໄພ ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ແລະ ກວດກາແຕ່ລະຈຸດຂອງທາງລົດໄຟຕະຫລອດເວລາ.
. ບໍລິສັດຮັກສາຄວາມປອດໄພຟຣອນເທຍ ເຊີວິດ ລີມິສເຕັດ (Frontier Services Limited) ແມ່ນກຸ່ມທຳອິດທີ່ໄດ້ເຂົ້າມາເຮັດໜ້າທີ່ຮັກສາຄວາມປອດໄພ ແລະ ໄດ້ເຮັດວຽກຮ່ວມກັບໂຄງການລົດໄຟລາວ-ຈີນ


