ໃນວັນທີ 12 ພຶດສະພາ 2021 ນີ້, ບໍລິສັດຟໍເຕ-ໂຕໂກລາວ ປະກັນໄພ ຈຳກັດ ໄດ້ມອບເງິນຈຳນວນ 10 ລ້ານກີບ ໃຫ້ກະຊວງຖະແຫ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຕາງໜ້າມອບໂດຍ ທ່ານ ຣິໂຣກິ ໂອກາໂມໂຕະ ຫົວໜ້າຝ່າຍບໍລິຫານ ຂອງບໍລິສັດຟໍເຕ-ໂຕໂກລາວ ປະກັນໄພ ຈຳກັດ ແລະ ຕາງໜ້າຮັບໂດຍ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.
ໂອກາດນີ້, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ກ່າວສະແດງຄວາມຂອບໃຈມາຍັງບໍລິສັດດັ່ງກ່າວ ທີ່ນຳເອົາເງິນມາມອບໃຫ້ໃນຄັ້ງນີ້, ພ້ອມທັງຢືນຢັນ ຈະນຳເອົາເງິນທີ່ໄດ້ຮັບໃນຄັ້ງນີ້, ໄປນຳໃຊ້ເຂົ້າໃນວຽກງານຕ້ານການ ລະບາດຂອງພະຍາດໂຄວິດ-19 ໃຫ້ເກີດຜົນປະໂຫຍດສູງສຸດ ໂດຍສະເພາະນຳໄປໝູນໃຊ້ເຂົ້າໃນວຽກງານຕ້ານໂຄວິດ-19 ຢູ່ພາຍໃນ ກະຊວງ ຖວທ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.
ຂ່າວ: ທະນູທອງ
ພາບ: ອ່າຍຄຳ
Loading...