ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ລາວໂທລະຄົມ ຄົບຮອບ 27 ປີ (11 ພະຈິກ 1996-11 ພະຈິກ 2023) ໃນວັນທີ 15 ພະຈິກ 2023 ທີ່ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະ ນາຄົມ ມະຫາຊົນໂດຍການເຂົ້າຮ່ວມເປັນກຽດຂອງທ່ານບັນດິດ ສຈ. ບໍ່ວຽງຄຳ ວົງດາລາກຳມະການສູນ ກາງພັກ, ເລຂາຄະນະພັກກະຊວງ,ລັດຖະມົນຕີກະຊວງເຕັກໂນລີຊີ ແລະ ການສື່ສານພ້ອມດ້ວຍບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ, ບັນດາຄະນະພັກ ຄະນະອຳ ນວຍການ, ພະນັກງານ ລາວໂທລະຄົມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຈຳ ນວນ 285 ທ່ານ ແລະ ລລທ ສາຂາແຂວງ ກໍ່ສະເຫຼີມສະຫຼອງໄປພ້ອມໆກັນຈໍານວນ 2 ພັນກວ່າທ່ານ.
ເພື່ອຈັດຕັ້ງ ແລະ ຜັນຂະຫຍາຍນະໂຍບາຍຂອງພັກ-ລັດໃນການສົ່ງເສີມການລົງທຶນຈາກຕ່າງປະເທດ ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ໄດ້ຮັບການສ້າງຕັ້ງຂື້ນຢ່າງເປັນທາງການໃນວັນທີ 11ພະຈິກ 1996 ຊື່ງເປັນບໍລິສັດຮ່ວມທຶນ ໂດຍລັດຖະບານລາວ ຖືຮຸ້ນ 51% ແລະ ບໍລິສັດ ເຊັນນິງຕັນ ອິນເວດສະເມັນ ສິງກະໂປ ຖືຮຸ້ນ 49%.
ໃນພິທີດັ່ງກ່າວ ທ່ານ ສຸພົນ ຈັນທະວີໄຊຄະນະບໍລິຫານງານພັກກະຊວງ ຕສ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ກ່າວຈຸດປະສົງໃນການຈັດພິທີໃນມື້ນີ້ເພື່ອເປັນການຕີລາຄາສະຫຼຸບສັງ ລວມຄືນບັນດາຜົນງານການເຄື່ອນໄຫວການດຳເນີນທຸລະກິດຂອງລາວໂທລະຄົມໃນ 27 ປີທີ່ຜ່ານມາ ຄະນະພັກ ຄະນະນໍາບໍລິສັດ ໄດ້ນໍາພາ ລາວໂທລະຄົມ ຜ່ານຜ່າທຸກຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ, ຕັ້ງໜ້າຊີ້ນໍາ-ນໍາພາ ບໍລິສັດ ໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມານັບທັງດ້ານປະລິມານ ແລະ ຄຸນນະພາບ ເຮັດໃຫ້ໂຄງລ່າງພື້ນຖານທາງດ້ານໂທລະຄົມມີການພັດທະນາໃຫ້ທັນສະໄໝຢູ່ສະເໝີ.
ໃນໄລຍະ 27 ປີຜ່ານມາ, ກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນສາມາດຮັກສາຖານລູກຄ້າເກົ່າ ແລະ ຂະ ຫຍາຍລູກຄ້າໃໝ່.ມາເຖິງປັດຈຸບັນ ມີຖານລູກຄ້າ MBB (Mobile broadband) ຫຼາຍກວ່າ 3,6 ລ້ານລູກຄ້າ ແລະ FBB (Fixed Broadband) ຫຼາຍກວ່າ 137 ພັນລູກຄ້າ, ສະຖານີໂທລະສັບມືຖື (BTS) ທັງໝົດ 11.514ສະຖານີ,ໃນນີ້: GSM 2Gຈໍານວນຫຼາຍກວ່າ 1.983, ສະຖານີ 3 G ຈໍານວນຫຼາຍກວ່າ3.461, ສະຖານີ 4G ຈໍານວນຫຼາຍກວ່າ5.236, ສະຖານີ 4,5G ຈໍານວນຫຼາຍກວ່າ 801, ສະຖານີ 5Gຈໍານວນຫຼາຍກວ່າ 33 ສະຖານີ ແລະ FTTH PORT ຫຼາຍກວ່າ 149.000 Ports, ມີລະບົບສາຍສົ່ງສາຍໃຍແກ້ວນຳແສງຍາວຫຼາຍກວ່າ33.340 ກິໂລແມັດ.
ການເຄື່ອນໄຫວດໍາເນີນທຸລະກິດຂອງ ລາວ ໂທລະຄົມ ສາມາດສ້າງລາຍຮັບໄດ້ຫລາຍກວ່າ 23 ພັນຕື້ກີບ (ບໍ່ລວມອາກອນ), ມີກໍາໄລສະສົມຫລາຍກວ່າ 4,7 ພັນຕື້ກີບ, ດ້ວຍຈັງຫວະການເຕີບໂຕຢ່າງຕໍ່ເນື່ອງສະເລ່ຍຫລາຍກວ່າ 20,6% ຕໍ່ປີ ສາມາດປະຕິບັດພັນທະໃຫ້ລັດຖະບານແລ້ວມີມູນຄ່າຫລາຍກວ່າ 5,14 ພັນຕື້ກີບ, ມອບເງິນປັນຜົນໃຫ້ລັດຖະບານ ແລະ ຝ່າຍຂາຮຸ້ນໄດ້ 371 ລ້ານໂດລາສະຫາລັດ. ພ້ອມດຽວກັນນັ້ນ, ລາວໂທລະຄົມ ຍັງໄດ້ເອົາໃຈໃສ່ປະກອບສ່ວນດ້ານພັນທະຂອງຕົນຕໍ່ສັງຄົມ, ອົງການຈັດຕັ້ງພັກ-ລັດຢ່າງຕັ້ງໜ້າ ຊື່ງມັນສະແດງອອກໃຫ້ເຫັນມູນຄ່າການຊ່ວຍເຫຼືອສັງຄົມ ຕະຫຼອດໄລຍະ 27 ປີ ຜ່ານມາມີມູນຄ່າຫຼາຍກວ່າ 130 ຕື້ກີບ,ເປັນເງິນສົດຈຳນວນຫຼາຍກວ່າ 58 ຕື້ກີບ ໃນນີ້ປະກອບມີ: ດ້ານການສຶກສາຫຼາຍກວ່າ 3 ຕື້ກີບ, ດ້ານສາທາລະນະຫຼາຍກວ່າ30 ຕື້ກີບ, ກອງປະຊຸມASEAN SUMMIT, ກອງປະຊຸມ ASEM SUMMIT,ກອງປະຊຸມໃຫຍ່ຂອງພັກແຕ່ລະສະໄໝແລະ ກອງປະຊຸມອື່ນໆທີ່ສຳຄັນຂອງຊາດຫຼາຍກວ່າ 2 ຕື້ກີບ, ອັນພົ້ນເດັ່ນແມ່ນໄດ້ປະກອບສ່ວນຊ່ວຍເຫຼືອລັດຖະບານ ແລະ ສັງຄົມ ເພື່ອປ້ອງກັນຄວບຄຸມແລະຕ້ານການແຜ່ລະບາດຂອງເຊື້ອພະຍາດໄວຣັດ COVID-19ເປັນເງິນສົດຈຳນວນຫຼາຍກວ່າ 4,5 ຕື້ກີບ, ເປັນວັດຖຸ ແລະ ຄ່າບໍລິການດ້ານໂທລະຄົມ ຈຳນວນຫຼາຍກວ່າ72 ຕື້ກີບ, ສົມທົບກະຊວງ ຕສ ຊ່ວຍລັດຖະບານ ສສ ຫວຽດນາມ ຈຳນວນ 10.000 ໂດລາສະຫະລັດ.
ຄຽງຄູ່ກັບການດໍາເນີນທຸລະກິດ ຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆໃຫ້ສູງຂື້ນເພື່ອຍົກສູງລະດັບຊີວິດການເປັນຢູ່ໃຫ້ພະນັກງານ, ກຳມະ ກອນໃຫ້ດີຂຶ້ນເລື້ອຍໆ.
ຕະລອດໄລຍະເວລາ 27ປີຜ່ານມາ ການດຳເນີນທຸລະກິດຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ສ້າງຄວາມເຊື່ອໝັ້ນໃຫ້ຜູ້ຊົມໃຊ້ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດຖະບານສະແດງອອກການໄດ້ຮັບການຍ້ອງຍໍ ແລະ ລາງວັນຕ່າງໆ ເຊັ່ນ: ຫລຽນໄຊ ແຮງງານຊັ້ນ Iຈຳນວນ 3 ໜ່ວຍ, ຫລຽນໄຊ ແຮງງານຊັ້ນ II ຈຳນວນ 3 ໜ່ວຍ, ຫລຽນໄຊ ແຮງງານຊັ້ນ III ຈຳນວນ 2ໜ່ວຍ, ລາງວັນນັກທຸລະ ກິດດີເດັ່ນ, ລາງວັນທຸລະກິດຊັ້ນນຳດີເດັ່ນໃນໄລຍະໂຄວິດ,ລາງວັນລະດັບສາກົນຫຼາຍລາງວັນ ເຊັ່ນ: ລາງວັນInternational Finance Awards,ລາງວັນຜູ້ໃຫ້ບໍລິການອິນເຕີເນັດ FTTHທີ່ເຕີບໃຫຍ່ໄວທີ່ສຸດໃນລາວ (Fastest Growing FTTH Internet Service Provider-Laos Award), ລາງວັນ ເອັມມັນນີ ແອັບກະເປົ໋າເງິນທີ່ເຕີບໃຫຍ່ໄວທີ່ສຸດໃນລາວ (Fastest Growing Mobile e-Wallet App-M Money-Laos Award), ລາງວັນ Mobile Operatorດີເດັ່ນ ຈາກ Asian Telecom Award, ລາງວັນACES Industry Leader, ລາງວັນBest Telecommunication Provider in Laos ຈາກGlobal Economics Magazine, ລາງວັນMost Innovative mobile e-wallet provider for M-Moneyແລະ ໃບຍ້ອງຍໍຂັ້ນລັດຖະບານໃຫ້ພະນັກງານທີ່ມີຜົນງານດີເດັ່ນໃນການປະກອບສ່ວນທາງດ້ານການດຳເນີນທຸລະກິດຂອງ ລາວໂທລະຄົມ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆມາ.
ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ,ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຜົນງານ ໃນໄລຍະຜ່ານມາ ທີ່ ລາວ ໂທລະຄົມ ຍາດມາໄດ້ ແລະ ສາມາດຕອບສະໜອງຄວາມຮຽກຕ້ອງການຂອງສັງຄົມ, ການພັດທະນາພື້ນຖານໂຄງລ່າງດ້ານໂທລະຄົມແລະ ຕອບສະໜອງນະໂຍ ບາຍການຫັນເປັນດິຈິຕອນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງໃນແຕ່ລະປີ ໃນຂອບ ເຂດທົ່ວປະເທດ. ສິ່ງທີ່ຄວນເອົາໃຈໃສ່ ໃນຊຸມປີຕໍ່ໜ້າ ພວກເຮົາຕ້ອງໄດ້ກຽມພ້ອມຮອບດ້ານ ແລະ ຈໍາເປັນຕ້ອງໄດ້ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ກາຍເປັນເບີໜຶ່ງໃນຜູ້ໃຫ້ບໍລິການດ້ານໂທລະຄົມ ມະນາຄົມ ແລະ ການສື່ສານຄົບວົງຈອນໃນ ສປປ ລາວ.
ຕໍ່ຜົນງານດັ່ງກ່າວນັ້ນ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເນັ້ນໜັກໃຫ້ ລາວໂທລະຄົມເອົາໃຈໃສ່ໃນການຈັດຕັ້ງປະຕິບັດແນວທາງແຜນພັດທະນາ ຕາມນະໂຍບາຍຫັນເປັນ ທັນສະໄໝ ໃນຍຸກດິຈິຕອນ. ຕ້ອງໄດ້ສຸມໃສ່ ການພັດທະນາຄຸນນະພາບການບໍລິການ ແລະ ການພັດທະນາບຸກຄະລາກອນ ເວົ້າລວມ, ເວົ້າສະເພາະແມ່ນເລັ່ງສ້າງວິຊາການໃຫ້ມີຄວາມຮູ້, ຄວາມສາມາດ, ສ້າງໃຫ້ໄດ້ຖັນແຖວພະນັກງານທີ່ເປັນຊ່ຽວຊານ ແລະ ມືອາຊີບ ທີ່ແທ້ຈິງເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງເຕັກໂນໂລຊີ ທີ່ມີການພັດທະນາ ແລະ ຂະຫຍາຍຕົວໄວ ໃນແຕ່ລະໄລ ຍະ. ສະນັ້ນ, ມັນຮຽກຮ້ອງໃຫ້ຄະນະພັກ, ຄະນະອໍານວຍການ, ຜູ້ບໍລິຫານ ແລະ ພະນັກງານ ລາວ ໂທລະຄົມ ທຸກທົ່ວໜ້າຈົ່ງເຊີດຊູສະຕິ ແລະ ເພີ່ມທະວີບົດບາດ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງກ່ວາເກົ່າ ເພື່ອເຮັດໃຫ້ ລາວໂທລະຄົມກ້າວໄປຂ້າງໜ້າ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນຍຸກເສດຖະກິດ 4.0ແລະ ເພື່ອການພັດທະນາປະເທດຊາດ ໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ ພ້ອມທັງເອົາໃຈໃສ່ເບິ່ງແຍງດູແລລູກຄ້າດັ່ງຄອບຄົວຂອງ ລາວ ໂທລະຄົມ ຕະຫຼອດ 24/7 ຊົ່ວໂມງ ດັ່ງຄຳຂວັນທີ່ວ່າ ລາວ ໂທລະຄົມ, ໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ.