ຕອນເຊົ້າວັນທີ 22 ກຸມພາ 2022 ທີ່ອົງການກາແດງແຫ່ງຊາດລາວ ບໍລິສັດສຸວັນນີໂຮມເຊັນເຕີມະຫາຊົນ ໄດ້ນໍາເອົາເຄື່ອງບໍລິໂພກ ປະກອບມີນໍ້າດື່ມ ແລະອາຫານແຫ້ງມູນຄ່າ 6ລ້ານກີບ ໄປມອບໃຫ້ອົງການກາແດງແຫ່ງຊາດລາວ.
ທ່ານອິນທະລາດ ທໍາມະວົງ ຜູ້ຈັດການຝ່າຍບຸກຄົນ ບໍລິສັດສຸວັນນີໂຮມເຊັນເຕີມະຫາຊົນກ່າວໃນພິທີມອບເຄື່ອງຊ່ວຍເຫລືອຄັ້ງນີ້ວ່າ: ເຄື່ອງຊ່ວຍເຫລືອຄັ້ງນີ້ເພື່ອນໍາໄປມອບໃຫ້ຜູ້ທຸກຍາກ ແລະຂາດເຂີນຈໍາເປັນຢູ່ເຂດຫ່າງໄກສອກຫລີກ.
ຮສ.ດຣ. ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ກ່າວສະແດງຄວາມຂອບໃຈຕໍ່ບໍລິສັດສຸວັນນີໂຮມເຊັນເຕີມະຫາຊົນ ທີ່ມີຄວາມເປັນຫ່ວງເປັນໃຍຊີວິດການເປັນຢູ່ຂອງຜູ້ທຸກຍາກຂາດເຂີນ ນອກຈາກໃຫ້ການຊ່ວຍເຫລືອຜູ້ທຸກຍາກແລ້ວ ບໍລິສັດຍັງໄດ້ລະດົມພະນັກງານໃນບໍລິສັດປະກອບສ່ວນບໍລິຈາກເລືອດຊ່ວຍສັງຄົມຕື່ມອີກ. ເຊິ່ງອົງການກາແດງແຫ່ງຊາດລາວ ຈະນໍາເອົາເຄື່ອງຊ່ວຍເຫລືອດັ່ງກ່າວ ໄປມອບໃຫ້ຜູ້ທຸກຍາກຢູ່ເຂດຫ່າງໄກສອກຫລີກຕາມຄວາມປະສົງຂອງບໍລິສັດ.
ປີ2021ຜ່ານມາ ອົງການກາແດງແຫ່ງຊາດລາວໄດ້ຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນຕໍ່ຜູ້ໄດ້ຮັບຜົນກະທົບຈາກໄພທຳມະຊາດ, ອັກຄີໄພ, ການລະບາດຂອງພະຍາດໂຄວິດ-19 ໃນທົ່ວປະເທດ ລວມມູນຄ່າທັງໝົດ 15,579,621,000 ກີບ, ໃນຈຳນວນຜູ້ໄດ້ຮັບຜົນກະທົບທັງໝົດ 1.331 ບ້ານ, 436 ເມືອງ, 38,787 ຄອບຄົວ, ມີຈໍານວນພົນ 188,646 ຄົນ, ຍິງ 140,223 ຄົນ.