ວັນທີ 24 ມີນາ 2021 ນີ້, ທີ່ຫ້ອງຮັບແຂກຫ້ອງວ່າການແຂວງຫຼວງພະບາງ ,ບໍລິສັດເບຍລາວ ຈຳກັດ ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແກ່ແຂວງຫຼວງພະບາງ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ໂດຍເປັນກຽດມອບຂອງ ທ່ານ (ເຮັນຮິກ ຢູເອັນເດີຊັນ Henrik Juel Andersen) ຜູ້ອຳນວຍການໃຫ່ຍບໍລິສັດ ເບຍລາວ ພ້ອມດ້ວຍຄະນະໃຫ້ກຽດຕ່າງໜ້າຂຶ້ນຮັບຂອງທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ (ເຮັນຮິກ ຢູເອັນເດີຊັນ Henrik Juel Andersen) ຜູ້ອຳນວຍການໃຫ່ຍບໍລິສັດ ເບຍລາວ ກໍ່ໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດ ເຊິ່ງໄດ້ດຳເນີນທຸລະກິດທີ່ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ກົນໄກການປັບປຸງປ່ຽນແປງຂອງ ພັກ-ລັດ ໃນແຕ່ລະໄລຍະ ຈຶ່ງເຮັດໃຫ້ບໍລິສັດໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ ຈົນກາຍເປັນບໍລິສັດທີ່ສ້າງລາຍຮັບໃຫ້ແກ່ງົບປະມານເປັນອັບດັບຕົ້ນໆຂອງຊາດ ແລະ ຄຽງຄູ່ກັນນັ້ນທາງບໍລິສັດຍັງໄດ້ເຫັນໄດ້ຄວາມສຳຄັນ ແລະ ເອົາໃຈໃສ່ໃນການຊຸກຍູ້, ສົ່ງເສີມວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ, ວຽກງານກິລາ, ສາທາລະນະສຸກ, ສົ່ງເສີມວຽກງານການສຶກສາທີ່ຮຽນດີ ມີຄຸນສົມບັດ ແຕ່ດ້ອຍໂອກາດ ແລະ ປະກອບສ່ວນໃນງານສຳຄັນຕ່າງໆ. ໂອກາດນີ້ ທ່ານເຈົ້າແຂວງຫຼວງພະບາງ ກໍ່ໄດ້ ກ່າວສະແດງຄວາມຂອບໃຈ ມາຍັງບໍລິສັດ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອດ້ານງົບປະມານ ເພື່ອນຳໃຊ້ເຂົ້າໃນວຽກງານຄວບຄຸມ, ປ້ອງກັນ ແລະ ສະກັດກັ້ນ ພະຍາດໂຄວິດ-19 ຂອງແຂວງຫຼວງພະບາງໃນຄັ້ງນີ້ ແລະ ຫັວງວ່າທາງບໍລິສັດຈະສືບຕໍ່ປະກອບສ່ວນຊ່ວຍເຫຼືອແຂວງຫຼວງພະບາງບໍ່ວ່າຈະເປັນດ້ານການຊຸກຍູ້, ສົ່ງເສີມວັດທະນະທຳ ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ ແລະ ວຽກງານພາຍໃນແຂວງຫຼວງພະບາງເຕື່ມອີກ.
ພາບ+ຂ່າວ: ທະນູສິນ ອິດທິພົນ


