ວັນທີ 14 ຕຸລາ 2020 ທີ່ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ນະຄອນຫລວງວຽງຈັນ ໄດ້ຈັດພິທີເຊັນສັນຍາ ແລະ ມອບເງິນສະຫນັບສະຫນູນການຈັດການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022 ຈາກບໍລິສັດເບຍລາວ ຈໍາກັດເຊີ່ງເປັນຜູ້ສະໜັບສະໜູນຫຼັກ ມູນຄ່າ 1.330.000.000 ກີບ ໂດຍມີ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ເຮນຣິກແອັນເດີສັນ (Henrik Andersen) ຜູ້ອໍານວຍການໃຫຍ່ບໍລິສັດເບຍລາວ ຈໍາກັດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຂອງສອງຝ່າຍເຂົ້າຮ່ວມ.

ທ່ານ ວີເພັດ ສີຫາຈັກຣ ໃຫ້ຮູ້ວ່າ: ການແຂ່ງຂັນບານ ເຕະທົ່ວປະເທດ ທີ່ຈັດຂຶ້ນໂດຍ ສຕລ ນັບແຕ່ປີ 2020 ແມ່ນໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ເບຍລາວ ຈໍາກັດ ເຊິ່ງປີດັ່ງກ່າວປະສົບຜົນສໍາເລັດສູງ ແລະ ມີຜູ້ຊົມເຂົ້າຊົມເຕັມສະໜາມໃນນັດຊີງຊະນະເລີດ. ສ່ວນປີ 2021 ແມ່ນບໍ່ໄດ້ຈັດເນື່ອງຈາກໄດ້ຮັບຜົນກະທົບຈາກພະຍາດໂຄວິ-19. ດັ່ງນັ້ນ ໃນປີ 2022 ຈິ່ງສືບຕໍ່ຈັດຂຶ້ນ ເພື່ອໃຫ້ການແຂ່ງຂັນຕໍ່ເນື່ອງ ແລ້ວປ່ຽນຊື່ມາເປັນການແຂ່ງຂັນບານເຕະແຫ່ງຊາດ ເພື່ອຈັດເປັນປະເພນີໃນແຕ່ລະປີ ເຊີ່ງ ປີນີ້ຍັງເປັນການກຽມພ້ອມໃຫ້ທີມແຕ່ລະແຂວງ ກຽມເຂົ້າ ຮ່ວມງານມະຫາກຳກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນເດືອນທັນວາ 2022.

ສ່ວນ ທ່ານ Henrik Andersen ຜູ້ອຳນວຍການ ເບຍລາວ ຈຳກັດ ກ່າວວ່າ: ບໍລິສັດ ເບຍລາວ ຈໍາກັດ ຍິນດີເປັນສ່ວນໜຶ່ງໃນການສະໜັບສະໜູນການຈັດການແຂ່ງຂັນບານເຕະຄັ້ງນີ້ ເພື່ອເປັນການປະກອບສ່ວນຊ່ວຍສົ່ງເສີມວົງການບານເຕະຂອງລາວໃຫ່ນັບມື້ພັດທະນາດີຂຶ້ນ.

ສຳລັບການແຂ່ງຂັນບານເຕະປະຈໍາປີ 2022 ປະກອບມີ:
– ປະເພດທິມຍິງ ຈັດຂື້ນໃນລະຫວ່າງວັນທີ 9-21 ຕຸລາ 2022 ມີ 9 ທີມ ເຂົ້າຮ່ວມແຂ່ງຂັນ ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ ກ: ຈຳປາສັກ, ນະຄອນຫຼວງວຽງຈັນ, ຫຼວງພະບາງ, ແຂວງວຽງຈັນ ແລະໄຊຍະບູລີ ແລະ ກຸ່ມ ຂ: ສະຫວັນນະເຂດ,ບໍລິຄຳໄຊ,ອຸດົມໄຊ ແລະຊຽງຂວາງ.
– ປະເພດທີມຊາຍ ແມ່ນຈັດຂຶ້ນໃນລະຫວ່າງ 31/10 – 12/11/2022 ມີ 16 ທີມ ແບ່ງອອກເປັນ 4 ກຸ່ມຄື:
ກຸ່ມ ກ: ຊຽງຂວາງ,ບໍ່ແກ້ວ, ແຂວງວຽງຈັນ ແລະ ບໍລິຄຳໄຊ, ກຸ່ມ ຂ: ນະຄອນຫຼວງ, ຫຼວງນໍ້າທາ , ເຊກອງ ແລະ ຄຳມ່ວນ, ກຸ່ມ ຄ:ຈຳປາສັກ,ສະຫວັນນະເຂດ,ຫຼວງພະບາງ ແລະ ຫົວພັນ ແລະ ກຸ່ມ ງ: ອັດຕະປື,ໄຊສົມບູນ,ອຸດົມໄຊ ແລະ ໄຊຍະບູລີ.
ສໍາລັບ ລາງວັນ ປະເພດຍິງ ແລະ ຊາຍ , ຊະນະເລີດ ຈະໄດ້ຮັບເງິນລາງວັນຈໍານວນ 100,000,000 ກີບ, ຂັນລາງວັນ 1 ໜ່ວຍ ແລະ ຫຼຽນຊະນະເລີດ, ສ່ວນຮອງຊະນະເລີດ ຈະໄດ້ຮັບເງິນລາງວັນຈໍານວນ 50,000,000 ກີບ ແລະ ຫຼຽນຮອງຊະນະເລີດ.
ນອກຈາກນັ້ນ ຍັງມີລາງວັນປະເພດບຸກຄົນ ກໍຄືລາງວັນນັກກິລາດີເດັ່ນ, ລາງວັນຜູ້ຍິງປະຕູສູງສຸດ,ລາງວັນຄູຝຶກດີເດັ່ນ ແລະ ລາງວັນຜູ້ຮັກສາປະຕູດີເດັ່ນ.
