ຕອນບ່າຍວັນທີ 16 ພຶດສະພາ 2022, ທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ຈັນທະດອມ ເມກສະຫວັນ ຕາງໜ້າໃຫ້ບໍລິສັດເປໂຕຣເທຣດ ແລະ ພີທີແອວໂຮນດິງ ນຳເອົາຄອມພິວເຕີ ແລະ ອຸປະກອນຕ່າງໆ ມູນຄ່າ 323 ລ້ານກີບ ເພື່ອນຳໃຊ້ເຂົ້າໃນວຽກງານສື່ມວນຊົນ, ຕາງໜ້າຮັບໂດຍ ທ່ານ ສົມສະຫວາດ ພົງສາ ຫົວກົມສື່ມວນຊົນ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໂດຍມີພະນັກງານວິຊາການທີ່ກ່ຽວຂ້ອງເຂົ້່ຮ່ວມ.
ທ່ານ ສົມສະຫວາດ ພົງສາ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ບໍລິສັດເປໂຕຣເທຣດ ແລະ ບໍລິສັດພີທີແອວໂຮນດິງ ທີ່ເຫັນໄດ້ຄວາມສຳຄັນຂອງວຽກງານສື່ມວນຊົນ ແລະ ມີນ້ຳໃຈມອບອຸປະກອນຊ່ວຍເຫລືອໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນ ເພື່ອນຳໃຊ້ເຂົ້າໃນວຽກງານສື່ມວນຊົນໃຫ້ມີຄວາມສະດວກ ສະບາຍຂຶ້ນກວ່າເກົ່າ.
ບໍລິສັດ ພີທີແອວ ໂຮນດີ້ງ ຈໍາກັດ (PTL Holding Company Limited) ຢູ່ໃນກຸ່ມບໍລິສັດ ພົງສະຫວັນ ແລະ ເປັນໜຶ່ງໃນບໍລິສັດລົງທຶນທຸລະກິດຊັ້ນນຳໃນ ສປປ ລາວ ເຊິ່ງເປັນບໍລິສັດແມ່ ຂອງກຸ່ມທຸລະກິດ ຈາກຫຼາກຫລາຍ ຂະແໜງທາງດ້ານພະລັງງານ, ໂລຈິດສ໌ຕິກ, ການຄ້າ, ນະວັດຕະກຳ ແລະ ອື່ນໆເຊິ່ງປະກອບມີ ບັນດາບໍລິສັດ ໃນກຸ່ມທຸລະກິດຄື: ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ, ບໍລິສັດ ສິດທິ ໂລຈີສຕິກ ລາວ ຈຳກັດ ບໍລິສັດ ຂວັນໃຈ ການຄ້າ ຂາອອກ – ຂາເຂົ້າ ຈຳກັດ, ລັດວິສາຫະກິດ ພັດທະນາທ່າເຮືອ ຫວຸ້ງອ່າງ ລາວ-ຫວຽດນາມ, ບໍລິສັດ ບົວລະພາ ພາວເວີ ຈຳກັດ, ບໍລິສັດ ວຽງຈັນ ໂລຊີດສະຕິກ ພາກ ຈຳກັດ, ບໍລິສັດ ລ້ານຊ້າງອະສັງຫາລິມະຊັບ ແລະ ພັດທະນາພະລັງງານ ຈຳກັດ, ບໍລິສັດ ຊີແອັດ ໄລຕິ້ງ ເອເລັກໂຕນິກ ຈຳກັດ ແລະ ອື່ນໆ.
Loading...