ຕອນເຊົ້າວັນທີ 28 ທັນວາ 2021 ທີ່ອົງການກາແດງລາວ ບໍລິສັດໄຟຟ້ານ້ຳເທີນ1 ຈໍາກັດ ໄດ້ມອບອຸປະກອນປ້ອງກັນພະຍາດໂຄວິດ-19 ໃຫ້ອົງການກາແດງລາວ, ຊຶ່ງອຸປະກອນທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ເຈວລ້າງມື 40 ກ໋ອງ, ສະເປເຫຼົ້າຂ້າເຊື້ອ 80 ກ່ອງ ແລະ ຜ້າອັດປາກ-ດັງ 100 ກັບ ລວມມູນຄ່າ 7.680.000 ກີບ ມອບໂດຍ ທ່ານ ບຸນຍັງ ເພັງສຸວັນ ທີ່ປຶກສາຝ່າຍພົວພັນລັດຖະບານຂອງບໍລິສັດໄຟຟ້ານ້ຳເທີນ1 ຈຳກັດ;

ໃນຕອນເຊົ້າວັນດຽວກັນນີ້ ບໍລິສັດທິບພະຍະປະກັນໄພ ໄດ້ມອບ ເຈວລ້າງມື 110 ກ່ອງ ແລະ ສະເປເຫຼົ້າ 56 ກ່ອງ ລວມມູນຄ່າ 2.800.000 ກີບ ມອບໂດຍທ່ານ ທະນົງພົນ ລາດອຸບົນ ຜູ້ອໍານວຍການ ການຕະຫຼາດບໍລິສັດທິບພະຍະປະກັນໄພ; ແລະ ກ່າວຮັບໂດຍທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ.

ໂອກາດດັ່ງກ່າວທ່ານ ປະທານອົງການກາແດງລາວກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງບໍລິສັດໄຟຟ້ານ້ຳເທີນ1 ຈຳກັດ ແລະບໍລິສັດທິບພະຍະປະກັນໄພ ທີ່ໄດ້ນຳເອົາວັດຖຸອຸປະກອນທີ່ຈຳເປັນຈຳນວນດັ່ງກ່າວນຳມາມອບໃຫ້ອົງການກາແດງລາວ ເພື່ອນຳໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ຊຶ່ງຕະຫຼອດໄລຍະຜ່ານມາອົງການກາແດງລາວກໍໄດ້ຮັບການປະກອບສ່ວນຈາກສັງຄົມຢ່າງຫຼວງຫຼາຍ ແຕ່ເຫັນວ່າຍັງບໍ່ພຽງພໍກັບການຊົມໃຊ້ຕົວຈິງ ຍ້ອນປັດຈຸບັນທ່າອ່ຽງຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຍັງສູງ.