ໃນວັນທີ 27 ເມສາ 2021 ບໍລິສັດ ຂົນສົ່ງສາກົນຈຳກັດສາຂາແຂວງຄຳມ່ ວນ ໄດ້ມອບເງິນຈຳນວນ 50 ລ້ານກີບ ໃຫ້ແກ່ແຂວງຄຳມ່ວນ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19. ເປັນກຽດກ່າວຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ. ມອບໂດຍ ທ່ານ ວຽງໄຊ ໄຊຍະວົງ ຕາງໜ້າບໍລິສັດຂົນສົ່ງສາກົນຈຳກັ ດສາຂາແຂວງຄຳມ່ວນ. ໂດຍມີທ່ານຫົວໜ້າຫ້ອງວ່ າການແຂວງຄຳມ່ວນ ເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້ທ່ານເຈົ້າແຂວງຄຳມ່ວນ ກໍ່ໄດ້ກ່າວສະແດງຄວາມຂອບໃຈມາຍັ ງບໍລິສັດ ທີ່ໄດ້ປະກອບສ່ວນຊ່ວຍ ເຫຼືອໃນຄັ້ງນີ້ ແລະ ຈະນຳໃຊ້ງົບປະມານດັ່ງກ່າວເຂົ້ າໃນວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ- 19 ໃຫ້ເກີດປະໂຫຍດສູງສຸດ. ພ້ອມນີ້ຍັງໄດ້ຮຽກຮ້ອງມາຍັງບໍລິ ສັດ ກໍ່ຄືພະນັກງານຂັບລົດຂົນສົ່ ງໃນເວລາປະຕິບັດໜ້າທີ່ ໃຫ້ຮ່ວມໃຈກັນຮັກສາມາດຕະການ ແລະ ລະບຽບການ ຂອງຄະນະສະເພາະກິດຢ່າງເຂັ້ມງວດ ເພື່ອເຮັດແນວໃດໃຫ້ສາມາດຜ່ານພົ້ ນວິກິດນີ້ໄປໄດ້ດ້ວຍດີ.
ຂ່າວ-ພາບ:ນັກຂ່າວວິທະຍຸແຂວງຄໍ າມ່ວນ