ໃນຕອນບ່າຍຂອງວັນທີ 7 ພຶດສະພາ 2021 ນີ້, ຢູ່ຫ້ອງຮັບແຂກຫ້ອງວ່າການແຂວງຜົ້ງສາລີ ບໍລິສັດ ຕົງກໍ່ສ້າງ ແລະ ບໍລິການສາງຝາກສີ້ນຄ້າ, ຄ່ຽນຖ່າຍສີ້ນຄ້າ ແລະ ທ່ອງທ່ຽວຄົບວົງຈອນຈຳກັດຜູ້ດຽວ ໄດ້ນຳເອົາເງິນສົດຈຳນວນ 50 ລ້ານກີບ ມາມອບໃຫ້ກັບຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂັ້ນແຂວງ. ຕ່າງໜ້າມອບໂດຍທ່ານ ທ່ານ ອາຕົ່ງ ລາວລີ ອຳນວຍການ ບໍລິສັດ ຕົງກໍ່ສ້າງ ແລະ ບໍລິການສາງຝາກສີ້ນຄ້າ, ຄ່ຽນຖ່າຍສີ້ນຄ້າ ແລະ ທ່ອງທ່ຽວຄົບວົງຈອນຈຳກັດຜູ້ດຽວ ແລະ ຕາງໜ້າຂື້ນຮັບໂດຍທ່ານ ຄຳເຫຼັກ ໃຈອິສານ ຮອງເຈົ້າແຂວງໆຜົ້ງສາລີ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂັ້ນແຂວງ ພ້ອມດ້ວຍພາກສ່່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂິພິຍານ.
ໂອກາດນີ້ ທ່ານ ຮອງເຈົ້າແຂວງໆຜົ້ງສາລີ ຍັງໄດ້ສະແດງຄວາມຂອບໃຈມາຍັງບໍລິສັດ ຕົງກໍ່ສ້າງ ແລະ ບໍລິການສາງຝາກສີ້ນຄ້າ, ຄ່ຽນຖ່າຍສີ້ນຄ້າ ແລະ ທ່ອງທ່ຽວຄົບວົງຈອນຈຳກັດຜູ້ດຽວ ທີໄດ້ນໍາເອົາເງິນສົດຈຳນວນ 50 ລ້ານກີບ ມາມອບໃຫ້ຄະນະສະເພາະກິດແຂວງຜົ້ງສາລີໃນຄັ້ງນີ້ ເຊີ່ງມັນໄດ້ປະກອບສ່ວນອັນສຳຄັນໃນການພັດທະນາເສດຖະກິດ – ສັງຄົມຢູ່ແຂວງຜົ້ງສາລີ. ໂດຍສະເພາະແມ່ນການນຳເອົາເງິນດັ່ງກ່າວໄປໜູນໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄຼວິດ 19 ທີ່ເກິດຂື້ນຢູ່ພາຍໃນແຂວງຜົ້ງສາລີໃຫ້ເກິດດອກອອກຜົນເປັນຈິງ.
ໂອກາດນີ້ ຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງຜົ້ງສາລີໃຫ້ກັບ ບໍລິສັດ ຕົງກໍ່ສ້າງ ແລະ ບໍລິການສາງຝາກສີ້ນຄ້າ, ຄ່ຽນຖ່າຍສີ້ນຄ້າ ແລະ ທ່ອງທ່ຽວຄົບວົງຈອນຈຳກັດຜູ້ດຽວ ຕື່ມອີກ.
(ພາບ – ຂ່າວ: ແສງຄຳ ສາລີວັນ)

