ບໍລິສັດ ຜະລິດໄຟຟ້າພະລັງນໍ້າ ນໍ້າອູ ຈໍາກັດ ໄດ້ມອບງົວ ງວດທໍາອິດ ຈຳນວນ 126 ໂຕໃຫ້ແກ່ປະຊາຊົນທີ່ຖືກຍົກຍ້າຍຈັດສັນໃໝ່ຂອງເຂື່ອນໄຟຟ້ຳນ້ຳອູ 5 ບ້ານຢາງເໜືອ ເມືອງສຳພັນ ແຂວງຜົ້ງສາລີ ຈຳນວນ 86 ຄອບຄົວ ຊຶ່ງພິທີມອບ-ຮັບງົວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ບ້ານຢາງ ເໜືອ ໂດຍມີ ທ່ານ ທອງຕື້ ເກຍສະບົງ ເຈົ້າເມືອງສໍາພັນ ພ້ອມດ້ວຍຕາງໜ້າໜ່ວຍງານຄຸ້ມຄອງການຍົກຍ້າຍຈັດສັນແຂວງຜົ້ງສາລີ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ສຳລັບວຽກງານການພັດທະນາຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນທີ່ຖືກຍົກຍ້າຍຈັດສັນ ຂອງເຂື່ອນໄຟຟ້ານໍ້າອູ 5 ໄດ້ກວມເຖິງບ້ານຈັດສັນໃໝ່ ເປັນຕົ້ນແມ່ນ ບ້ານຢາງເໜືອ ແລະ ບ້ານແສງດາວເຮືອງ. ໃນນັ້ນ ບ້ານຢາງເໜືອ ມີປະຊາຊົນ 86 ຄອບຄົວ ແລະ ບ້ານແສງດາວເຮືອງ ມີປະຊາຊົນ 172 ຄອບຄົວ ລວມເປັນ 258 ຄອບຄົວ. ແນວໃດກໍດີ, ພາຍຫຼັງສຳເລັດພິທີເຊັນສັນຍາມອບໝາຍການຈັດຕັ້ງປະຕິບັດໂຄງການພັດທະນາຊີວິດການເປັນຢູ່ ໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອູ 5 ແຂວງຜົ້ງສາລີ ເປັນຕົ້ນມາ ບໍລິສັດ ຜະລິດໄຟຟ້າພະລັງນໍ້າ ນໍ້າອູ ຈໍາກັດ ໄດ້ມີການວາງແຜນວຽກຢ່າງລະອຽດ ໂດຍສະເພາະແມ່ນການຈັດສັນທີ່ດິນທຳການຜະລິດ ແລະ ການສໍາຫຼວດຄວາມສະໝັກໃຈໃນການປະກອບອາຊີບຂອງປະຊາຊົນ ຈຳນວນ 258 ຄອບຄົວດັ່ງກ່າວ.
ຜ່ານການສຳຫຼວດຄວາມຄິດເຫັນຂອງປະຊາຊົນ ຈຶ່ງໄດ້ເລືອກເອົາອາຊີບລ້ຽງງົວ. ທັງນີ້, ພາຍຫຼັງຮັບຊາບຜົນດັ່ງກ່າວ ອີງໃສ່ສະພາບຕົວຈິງຂອງບ້ານຈັດສັນໃໝ່ແລ້ວບໍລິສັດ ຈຶ່ງໄດ້ປຶກສາຫາລື, ຮັບຟັງຄໍາເຫັນຂອງປະຊາຊົນ ແລະ ຜູ້ຊ່ຽວຊານດ້ານການຍົກຍ້າຍຈັດສັນພ້ອມແຕ່ງຕັ້ງທີມງານສະເພາະກິດສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງ ເພື່ອປຶກສາຫາລື ແລະ ເຮັດວຽກຮ່ວມກັນ ຊຶ່ງພັນງົວກໍມີຫຼາກຫຼາຍປະເພດ, ລາຄາສູງ ແລະ ການຂົນສົ່ງມີໄລຍະທາງໄກ ຈຶ່ງໄດ້ຈັດຊື້ງົວພັນດີເໝາະສໍາລັບສະພາບພູມີສາດ ແລະ ສິ່ງແວດລ້ອມນິເວດ ເຂດບ້ານຢາງເໜືອ ແລະ ບ້ານແສງດາວເຮືອງ ມາມອບໃຫ້ປະຊາຊົນ ຊຶ່ງໃນງວດທຳອິດ ແມ່ນມອບທັງໝົດ 126 ໂຕ ໃຫ້ຈຳນວນ 86 ຄອບຄົວ.
ຄຽງຄູ່ກັນນັ້ນ, ຜົນສໍາເລັດການມອບງົວນ້ອຍແກ່ປະຊາຊົນຄັ້ງນີ້ ຖືເປັນສັນຍາລັກສໍາຄັນ ທີ່ວຽກງານພັດທະນາຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຍົກຍ້າຍຈັດສັນ ຈາກເຂື່ອນໄຟຟ້ານໍ້າອູ 5 ໄດ້ເຂົ້າສູ່ໄລຍະຈັດຕັ້ງປະຕິບັດຢ່າງຮອບດ້ານ ຊຶ່ງໃນອີກບໍ່ດົນນີ້ ທາງບໍລິສັດ ຈະທະຍອຍມອບງົວນ້ອຍທີ່ຍັງເຫຼືອ ແກ່ປະຊາຊົນ ໃຫ້ສຳເລັດໂດຍໄວ.
ທ່ານເຈົ້າເມືອງສຳພັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ປະສິດທິຜົນຂອງວຽກງານພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ພ້ອມທັງສະແດງຄວາມຂອບໃຈມາຍັງບໍລິສັດ ຜະລິດໄຟຟ້າພະລັງນໍ້າ ນໍ້າອູ ຈໍາກັດ ທີ່ໄດ້ສະໜອງທຶນຮອນ ແລະ ເຕັກນິກການລ້ຽງງົວໃຫ້ແກ່ປະຊາຊົນ. ແນວໃດກໍດີ, ອົງການປົກຄອງເມືອງສໍາພັນ ແລະ ຄະນະປົກຄອງບ້ານ ຈະພະຍາຍາມໃຫ້ຄວາມຮ່ວມມືກັບບໍລິສັດ ເພື່ອຈັດຕັ້ງປະຕິບັດວຽກງານພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນເອົາໃຈໃສ່ຢ່າງສູງໃນການລ້ຽງສັດຂອງຕົນທີ່ໄດ້ຮັບຈາກບໍລິສັດດັ່ງກ່າວ ເພື່ອເຮັດແນວໃດໃຫ້ສັດລ້ຽງອອກແມ່ແຜ່ລູກ ແນໃສ່ຍົກລະດັບຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນເປັນກ້າວໆ.
ຢ່າງໃດກໍຕາມ, ເພື່ອຮັບປະກັນໃຫ້ປະຊາຊົນລ້ຽງງົວຢ່າງມີວິທະຍາສາດ ແລະ ຮັບຜົນປະໂຫຍດສູງສຸດ ໃນໄລຍະຕໍ່ໜ້າ ທາງບໍລິສັດ ຜະລິດໄຟຟ້າພະລັງນໍ້າ ນໍ້າອູ ຈໍາກັດ ຍັງຈະມີການແຕ່ງຕັ້ງທີມງານວິຊາການ ຈັດການຝຶກອົບຮົມເຕັກນິກການລ້ຽງງົວນ້ອຍ ແລະ ລົງຕິດຕາມສະພາບການລ້ຽງງົວຂອງປະຊາຊົນຢ່າງໃກ້ຊິດ.
ຂ່າວ-ພາບ: ບໍລິສັດ ຜະລິດໄຟຟ້ານໍ້າອູ
Loading...