ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 23 ກັນຍາ 2022 ທີ່ຫ້ອງປະຊຸມພະແນກແຜນການແລະການລົງທືນ ແຂວງອັດຕະປື ໄດ້ມີພິທີເຊັນສັນຍາຮ່ວມມືສຳປະທານພັດທະນາໂຄງການແຫຼ່ງທ່ອງທ່ຽວທໍາມະຊາດຕາດຫົວຄົນ,ຕາດແຝດ ຂອງແຂວງອັດຕະປື,ໂດຍມີທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ພະແນກການທີ່ກ່ຽວຂ້ອງ,ບໍລິສັດຜູ້ສໍາປະທານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການ ແຫຼ່ງທ່ອງທ່ຽວທຳມະຊາດຕາດຫົວຄົນ,ຕາດແຝດ ມີເນື້ອທີ່ທັງໝົດ 4 ເຮັກຕາ,ໂດຍໄດ້ແບ່ງອອກເປັນ 2 ເຂດຄື: ເຂດ 1 ຕາດຫົວຄົນ, ມີເນື້ອທີ່ 2 ເຮັກຕາ ແລະ ເຂດ 2 ຕາດແຝດ, ມີເນື້ອທີ່ 2 ເຮັກຕາ, ນອກນັ້ນຍັງມີເນື້ອທີ່ດິນສະຫວງນໄວ້ອີກຈໍານວນ 67,8 ເຮັດຕາ,ໂຄງການຕັ້ງຢູ່ເຂດບ້ານໜື່ນຫົວເມືອງ ເມືອງສາມັກຄີໄຊ ແຂວງອັດຕະປື, ມີໄລຍະສໍາປະທານຂອງໂຄງການ 30 ປີ, ມູນຄ່າການລົງທືນພັດທະນາໂຄງການທັງໜົດ 2 ລ້ານກວ່າໂດລາ. ຖ້າຫາກໂຄງການແຫຼ່ງທ່ອງທ່ຽວທໍາມະຊາດຕາດຫົວຄົນ,ຕາດແຝດ ແຫ່ງນີ້ໄດ້ຮັບການພັດທະນາສໍາເລັດ ກໍ່ຈະກາຍເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດແຫ່ງໃໝ່ທີ່ສໍາຄັນອີກແຫ່ງໜຶ່ງຂອງແຂວງອັດຕະປື,ເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວພາຍໃນແຂວງຫຼາຍຂື້ນ ກ້າວໄປເຖິງ ເຮັດໃຫ້ທ້ອງຖິ່ນມີລາຍຮັບເພີ່ມຂື້ນຈາກການທ່ອງທ່ຽວ ທັງໃນທາງກົງ ແລະ ທາງອ້ອມ.
ໂອກາດດັ່ງກ່າວໃນພິທີກໍ່ໄດ້ມີການເຊັນສັນຍາສໍາປະທານແຫຼ່ງທ່ອງທ່ຽວທາງທໍາມະຊາດຕາດຫົວຄົນ,ຕາດແຝດ ເພື່ອເປັນຫັກຖານໃນເບື້ອງຕົ້ນຂອງການຈັດຕັ້ງປະຕິບັດພັດທະນາໂຄງການ,ໂດຍການຮ່ວມລົງນາມຕາງໜ້າອໍານາດການປົກຄອງແຂວງມີທ່ານ ສູນນະຄອນ ແກ້ວວຽງຄໍາ ຫົວໜ້າພະແນກແຜນການ ແລະການລົງທືນແຂວງອັດຕະປື ພ້ອມພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ຂ່າວ: ວັດທະນາ