ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າວັນທີ 29 ເມສາ 2022, ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ (PCD) ໄດ້ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2021 ຂອງຕົນຂຶ້ນຢ່າງເປັນທາງການ ຢູ່ທີ່ຊັ້ນ 12 ໂຮງແຮມ ຄອນທິເນັນໂທ ພລາຊາ, ບ້ານໜອງບົວທອງໃຕ້, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ພາຍໃຕ້ການເປັນປະທານຂອງທ່ານ ສີທາ ພົມມະຈິດ, ສະມາຊິກສະພາບໍລິຫານ, ທັງເປັນຜູ້ອໍາ ນວຍການໃຫຍ່ບໍລິສັດ PCD; ມີແຂກຖຶກເຊີນຈາກສໍານັກງານ ຄະນະກໍາມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ, ບໍລິ ສັດຫຼັກຊັບ ແລະ ບັນດາຜູ້ຖືຮຸ້ນເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດນີ້, ທ່ານ ນັນທະລັດ ທິລະກຸນ, ສະມາຊິກສະພາບໍລິຫານ ແລະ ທ່ານ ອະໂນໄລ ສີຫາລາດ, ຫົວ ໜ້າຝ່າຍການເງິນຂອງບໍລິສັດ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມເຊັ່ນກັນຜ່ານທາງລະບົບອອນລາຍ.
ກອງປະຊຸມດັ່ງກ່າວ, ບັນດາຜູ້ຖືຮຸ້ນ ແລະ ແຂກເຂົ້າຮ່ວມ ໄດ້ຮັບຟັງການລາຍງານຫຍໍ້ຈາກຜູ້ອໍາ ນວຍການໃຫຍ່ບໍລິສັດ PCD ໃນຫຼາຍຫົວຂໍ້ສໍາຄັນ ດັ່ງນີ້:
– ພິຈາລະນາ ແລະ ຮັບຮອງບົດບັນທຶກກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2020;
– ພິຈາລະນາ ແລະ ຮັບຮອງເອົາຜົນການດໍາເນີນຂອງບໍລິສັດ ປະຈໍາປີ 2021 ແລະ ເອກະສານລາຍງານການເງິນ ປະຈໍາປີ 2021 ທີ່ຜ່ານການກວດສອບຈາກບໍລິສັດກວດສອບ;
– ພິຈາລະນາ ແລະ ຮັບຮອງແຜນການດໍາເນີນທຸລະກິດຂອງບໍລິສັດ ປະຈໍາປີ 2022;
– ພິຈາລະນາ ແລະ ຮັບຮອງການແຕ່ງຕັ້ງຜູ້ກວດສອບພາຍນອກ ປະຈໍາປີ 2022 ແລະ ອື່ນໆ.