ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ລະຫວ່າງ ວັນທີ 30 ຫາ 31 ທັນວາ 2021 ຜ່ານມານີ້, ບໍລິສັດ ລິດປັນຍາ ບໍລິການທໍາຄວາມສະອາດຈໍາກັດຜູ້ດຽວ, ໄດ້ນຳເອົາ ເຈວລ້າງມື, ເອວກໍຮໍ 70% 3M ແລະ ຜ້າອັດປາກ KF 94 ລວມເປັນມູນຄ່າທັງໝົດ 70 ລ້ານກີບ ໄປມອບໃຫ້ແກ່ 1 ອົງການພຸດທະສາດສະໜາສໍາພັນແຫ່ງປະເທດລາວ ແລະ 6 ໂຮງໝໍສູນກາງ ໃນນະຄອນຫລວງວຽງຈັນ, ເພື່ອຊຸກຍູ້, ສົ່ງເສີມມາດຕະການປ້ອງກັນພະຍາດໂຄວິດ-19 ໃຫ້ມີຄວາມເຂັ້ມແຂງ ແລະ ປອດໄພ.
ກ່າວມອບໂດຍ, ທ່ານ ນາງ ສຸນັດຕາ ລິດປັນຍາ ຜູ້ອຳນວຍການບໍລິສັດ ລິດປັນຍາ ບໍລິການທໍາຄວາມສະອາດ ຈໍາກັດຜູ້ດຽວ, ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ ເຈວລ້າງມືເອວກໍຮໍ 70 ສ່ວນຮ້ອຍຂຶ້ນໄປ 3M ຈໍານວນ 150 ກ໋ອງ ແລະ ຜ້າອັດປາກ-ອັດດັງ KF94 ຈໍານວນ 500 ຖົງ, ລວມມູນຄ່າ 10 ລ້ານກີບ (ພາກສ່ວນລະ 10 ລ້ານກີບ) ໃນນັ້ນ, ມອບໃຫ້ອົງການສູນກາງພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ, ໃຫ້ໂຮງໝໍ 5 ເມສາ, ໂຮງໝໍ 103, ໂຮງໝໍ ແມ່ ແລະ ເດັກເກີດໃໝ່, ໂຮງໝໍມິດຕະພາບ 150 ຕຽງ, ໂຮງໝໍມະໂຫສົດ ແລະ ໂຮງໝໍເຊດຖາທິຣາດ, ລວມມູນຄ່າທັງໝົດ 70 ລ້ານກີບ.
ໂອກາດດັ່ງກ່າວ, ຜູ້ຕາງໜ້າແຕ່ລະແຫ່ງທີ່ໄດ້ຮັບເຄື່ອງຊ່ວຍເຫລືອໃນຄັ້ງນີ້, ໄດ້ກ່າວ ສະແດງຄວາມຄອບໃຈ ຕໍ່ທ່ານ ນາງ ສຸນັດຕາ ລິດປັນຍາ ຜູ້ອຳນວຍການບໍລິສັດ ລິດປັນຍາ ບໍລິການທໍາຄວາມສະອາດ ຈໍາກັດຜູ້ດຽວ, ທີ່ເຫັນໄດ້ຄວາມສຳຄັນນຳເອົາເຄື່ອງຊ່ວຍເຫລືອຕ້ານໂຄວິດ-19 ມາມອບໃຫ້ໃນຄັ້ງນີ້, ພ້ອມທັງຢືນຢັນວ່າ ຈະນຳເອົາເຄື່ອງຊ່ວຍເຫລືອໃນຄັ້ງນີ້, ໄປນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ, ແນໃສ່ຕ້ານບໍ່ໃຫ້ບຸກຄະລາກອນທາງການແພດ ເກີດການຕິດເຊື້ອພະຍາດ ດັ່ງກ່າວ, ກໍຄືຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃຫ້ຫລຸດລົງໂດຍໄວ.
ຂ່າວ ແລະ ພາບຈາກ ບຸນຍັງ ພຸດສະຫວັດ