ໃນຕອນບ່າຍ ຂອງວັນທີ 07 ມັງກອນ 2022 ຢູ່ສໍານັກງານນາຍົກລັດຖະມົນຕີ ໄດ້ມີພິທີ ມອບ-ຮັບ ລົດເກງ ຍີ່ຫໍ້ ວິນຟາດ ຈຳນວນ 12 ຄັນ ໃຫ້ແກ່ລັດ ຖະບານ, ມອບໂດຍ ທ່ານ ນາງ ວຽງສະຫວັນ ເສນາພວນ, ອຳນວຍ ການໃຫຍ່ ບໍລິສັດ ວິນຟາດສລາວ ຈຳກັດຜູ້ດຽວ ແລະ ຕາງໜ້າໃຫ້ລັດຖະບານ ຮັບໂດຍ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ, ຫົວ ໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເຂົ້າຮ່ວມ ເປັນສັກຂີພະຍານຂອງ ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຜູ້ຕາງໜ້າຈາກ ຫ້ອງວ່າການສູນກາງພັກ, ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ. ລົດຈຳນວນດັ່ງກ່າວ ເປັນການປະກອບສ່ວນສຳຄັນ ເຂົ້າໃນການຮັບໃຊ້ວຽກງານລວມຂອງພາກລັດ.
ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ

