ງານຕະຫລາດນັດແຮງງານ ແລະງານວາງສະແດງສິນຄ້າປະຈໍາປີ 2022 ຈັດຂຶ້ນຕອນເຊົ້າວັນທີ 1 ກໍລະກົດ 2022 ທີ່ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີທ່ານ ສຈ.ປອ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍ ຜູ້ແທນບໍລິສັດ, ວິສະຫະກິດຕ່າງໆຂອງຈີນ ທີ່ດໍາເນີນທຸລະກິດຢູ່ລາວ, ນັກສຶກສາ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສຈ ປອ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ກ່າວວ່າ: ງານຕະຫຼາດນັດແຮງງານຂອງສະພາການຄ້າກວາງຊີຕາມທໍານຽມແມ່ນຈັດຂຶ້ນທຸກໆປີ, ເຊິ່ງເລີ່ມຈັດຄັ້ງທໍາອິດໃນປີ 2020 ອີງຕາມການລາຍງານໃນເວລານັ້ນແມ່ນມີນັກຮຽນ, ນັກສຶກສາໄດ້ເຂົ້າເຮັດວຽກນໍາບັນດາບໍລິສັດຈໍານວນ 400 ກວ່າຕໍາແໜ່ງ ເຊິ່ງມີ 24 ບໍລິສັດເຂົ້າຮ່ວມງານຕະຫຼາດນັດຄັ້ງນັ້ນ.
ປີ 2021 ເນື່ອງຈາກສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ19 ຈິ່ງເຮັດໃຫ້ງານເລື່ອນມາຈັດໃນຄັ້ງນີ້ ຖືວ່າເປັນຄັ້ງທີສອງ ເຊິ່ງເປັນສິ່ງທີ່ໜ້າຊົມເຊີຍ ເຊິ່ງຄັ້ງນີ້ມີບໍລິສັດ, ວິສະຫະກິດຕ່າງໆເຂົ້າຮ່ວມຈໍານວນ 29 ບໍລິສັດ ແລະ ມີຄວາມຕ້ອງການພະນັກງານຈໍານວນ 1000 ຕໍາແໜ່ງງານໃນທຸກສາຂາວິຊາອາຊີບ, ເຊິ່ງເປັນໂອກາດອັນດີທີ່ສຸດໃຫ້ແກ່ນ້ອງນັກສຶກສາທີ່ກໍາລັງຈະຈົບການສຶກສາ ແລະ ຜູ້ທີ່ຊອກວຽກເຮັດງານທໍາໄດ້ມີໂອກາດມາບ່ອນດຽວເພື່ອມາຊອກວຽກທີ່ຖືກຕ້ອງກັບຄວາມມຸ້ງຫວັງຂອງຕົນເອງ ແລະ ເປັນການເປີດໂອກາດໃຫ້ແກ່ນັກສຶກສາ ມຊ ທົ່ວໄປໄດ້ເປີດໂລກະທັດ ແລະ ຮູ້ຈັກບັນດາບໍລິສັດຕ່າງໆ ເພື່ອເປັນເປົ້າໝາຍໃຫ້ຕົນເອງໃນອະນາຄົດ.
ໂອກາດດຽວກັນນີ້ ສະພາການຄ້າກວາງຊີ ປະຈໍາລາວ ຍັງໄດ້ມອບທຶນການສຶກສາໃຫ້ນັກສຶກສາ ຈໍານວນ 100ທຶນ ມູນຄ່າ 50ລ້ານກີບ ແລະບໍລິສັດຊີໂນອາຊີໂປຕັສ ມອບທຶນການສຶກສາ 12ທຶນ ມູນຄ່າ 6ລ້ານກີບໃຫ້ນັກສຶກສາສະຖາບັນຂົງຈື້ ມຊ ຕື່ມອີກ.
ງານຕະຫຼາດນັດແຮງງານ ແລະງານວາງສະແດງສິນຄ້າປະຈໍາປີ 2022 ດໍາເນີນເປັນເວລາ 2ວັນ ຄືວັນທີ 1-2 ກໍລະກົດ 2022 ທີ່ສະບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ.


