ວັນທີ 15 ມີນາ 2022 ນີ້, ບໍລິສັດ ສະຕາໂທລະຄົມ ຈຳກັດ ຫລື ຢູນີເທວ ໄດ້ຈັດງານພົບປະກັບບັນສື່ມວນຊົນ ໂດຍມີ ທ່ານ ລິວ ເມັ໋ງ ຮ່າ ຜູ້ອໍານວຍການໃຫ່ຍ ບໍລິສັດ ສະຕາໂທລະຄົມ ຈໍາກັດ ພ້ອມຄະນະອໍານວຍການ, ມີຜູ້ອໍານວນການໃຫຍ່ສຳນັກຂ່າວສານປະເທດລາວ, ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ, ຜູ້ອຳນວຍການໃຫຍ່ ສະຖານີວິທະຍຸ ແລະ ໂທລະພາບນະຄອນຫລວງວຽງຈັນ, ຫົວໜ້າບັນນາທິການໜັງສືພິມກອງທັບ, ອໍານວຍການໃຫຍ່ໜັງສືພິມວຽງຈັນທາມ, ຜູ້ບໍລິຫານສະຖາ ນີວິທະຍຸກະຈາຍສຽງຊາວໜຸ່ມລາວສິນໄຊຍຸກໃໝ່ FM90.0 Mhz, ຜູ້ຕາງໜ້າຈາກໂທລະພາບລາວສະຕາຣ໌, ໂທລະພາບກອງທັບ, ໜັງສືພິມເສດຖະກິດການຄ້າ, ໜັງສືພິມລາວພັດທະນາ, ໜັງສືພິມເສດ ຖະກິດ-ສັງຄົມ, ວິທະຍຸກະຈາຍສຽງແຫ່ງຊາດ, ວິທະຍຸກະຈາຍສຽງ ກອງທັບປະຊາຊົນລາວ, ຕາງໜ້າວິທະຍຸກະຈາຍສຽງ Climax radiofm 95 mhz, ຕາງໜ້າສື່ອອນລາຍຈາກ ໂທລະໂຄ່ງ ແລະ ສື່ມວນຊົນຈາກຫວຽດນາມປະຈຳລາວ ເຂົ້າຮ່ວມ ເພື່ອສ້າງສາຍສໍາພັນທີ່ດີລະຫວ່າງ ຄະນະອໍານວຍການ ບໍລິສັດ ສະຕາ ໂທລະຄົມ ແລະ ຄະນະນໍາສື່ມ່ວນຊົນໃນການແລກປ່ຽນຮັບຮູ້ຂໍ້ມູນ, ເປົ້າໝາຍ, ວິໄສທັດ ການດໍາເນີນທຸ ລະກິດຂອງ ຢູນີເທວ ໃນອະນາຄົດ ແລະ ເພື່ອຮ່ວມມືກັບບັນດາສື່ມ່ວນຊົນ ຊ່ວຍຜັນຂະຫຍາຍເປົ້າໝາຍ ສົ່ງຕໍ່ຂ່າວສານຂອງຢູນີເທວ ໄດ້ໃນຫລາຍໆຊ່ອງທາງ.
ທ່ານ ພົນຈັດຕະວາ ບີ ມົວໄຟດາເຢຍຈ່າ ຮອງຜູ້ອໍານວຍການໃຫຍ່ ຈັດຕັ້ງບໍລິຫານ ບໍລິສັດ ສະຕາ ໂທລະຄົມ ໄດ້ກ່າວວ່າ: ບໍລິສັດ ໂທລະຄົມ ເຊິ່ງມີເຄື່ອງໝາຍການຄ້າຢູນີເທວ, ປີນີ້ໄດ້ກ້າວເຂົ້າປີທີ 13 ທີ່ໄດ້ປະກອບສ່ວນໃນການສະໜອງບໍລິການທາງດ້ານໂທລະຄົມ ແລະ ການສື່ສານໃຫ້ກັບປະຊາຊົນລາວ ໄປຍັງເຂດຫ່າງໄກສອກຫລີກ ໂດຍຍຶດໝັ້ນວິໄສທັດຮັບໃຊ້ປະຊາຊົນ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ ແລະ ປະຊາຊົນມີສ່ວນຮ່ວມ, ຢູນີເທວ ຍາມໃດກໍຖືເອົາວຽກງານການພັດທະນາຕົນເອງເປັນໜ້າທີ່ສຳຄັນ ຈົນສາມາດຍົກລະດັບຕົນເອງກາຍເປັນ ບໍລິສັດໂທລະຄົມມະນາຄົມ ທີ່ນອນຢູ່ໃນລະ ດັບແຖວໜ້າຂອງ ສປປ ລາວ ກັບພື້ນທີ່ປົກຄຸ້ມສັນຍານກວ້າງຂວາງ, ມີລະບົບເຄືອຂ່າຍໃຫຍ່ສຸດ ແລະ ຮັບໃຊ້ໃຫ້ລູກຄ້າຫລາຍສຸດ.
ໃນຍຸກປະຕິວັດອຸດສະຫະກໍາ 4.0 ພວກເຮົາໄດ້ຢືນຢັນວ່າ ຢູນີເທວ ໄດ້ກ້າວເຂົ້າສູ່ໄລຍະໃໝ່ ຢ່າງ ເປັນທາງການ ແລະ ມີຄວາມກຽມພ້ອມທີ່ຈະກາຍເປັນບໍລິສັດ ເຕັກໂນໂລຊີ ແລະ ການສື່ສານ ທີ່ ນໍາໜ້າ ໃນການປະຕິວັດຫັນເປັນດີຈີຕອນຂອງປະເທດ, ນໍາເອົາລະບົບດີຈີຕອນ ເຂົ້າສູ່ການດໍາລົງຊີວິດຂອງປະຊາຊົນ. ຄຽງຄູ່ກັນນັ້ນ ຢູນີເທວ ຈະພະຍາຍາມສູ້ຊົນຖືເອົາການພົວພັນຮ່ວມມືກັບ ບັນດາຂະແໜງ ສື່ສານມວນຊົນໃນທຸກຂະແໜງການ ເພື່ອເຮັດໃຫ້ທັງສອງພາກສ່ວນໄດ້ຮ່ວມມືກັນຫລາຍຂຶ້ນ ໂດຍສະ ເພາະແມ່ນການສ້າງລະບົບທີ່ທັນສະໄໝ ໃນການນໍາໃຊ້ເຂົ້າໃນວຽກງານຂ່າວສານການເອົາຂໍ້ມູນ, ການສົ່ງຂໍ້ມູນ ຫລື ອື່ນໆ ທີ່ຈໍາເປັນຕໍ່ວຽກງານຂ່າວສານໃນປັດຈຸບັນ ກໍຄື ອະນາຄົດ.
ໃນໄລຍະຜ່ານມາ, ບໍລິສັດ ສະຕາ ໂທລະຄົມ ໄດ້ເຊັນສັນຍາຮ່ວມກັບ ພາກລັດຖະບານ ໃນຫລາຍໆໂຄງການເຊັ່ນ: ລະບົບ Smart city ຂອງນະຄອນຫລວງພະບາງ ແລະ ນະຄອນຫລວງປາກເຊ; ລະບົບຄຸ້ມຄອງຖານຂໍ້ມູນຄຸນນະພາບການສຶກສາ ຂອງສູນປະກັນຄຸນນະພາບການສຶກສາ, ກະຊວງສຶກສາທິການ ແລະ ກິລາ ປີ 2016; ລະບົບ Font (ຟອນ) ເພັດສະລາດ ແລະ ແປ້ນພິມພາສາລາວ ໃນລະບົບຄອມພິວເຕີ ແລະ ໂທລະສັບມືຖື ຂອງສູນບໍລິຫານລັດເອເລັກໂຕຣນິກ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ປີ 2017; ລະບົບຄຸ້ມຄອງພົນລະເມືອງໄລຍະທີ 01 ໃຫ້ກັບກະຊວງພາຍໃນ ປີ 2019; ການຮ່ວມມືກັບ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອການພັດທະນາຫັນເປັນດີຕີຈີຕອນ 4.0 ປີ 2020; ລະບົບ Smart city ເຊື່ອມຕໍ່ກັບສັງຄົມ ເພື່ອຂັບເຄື່ອນເສດຖະກິດຜ່ານເຕັກໂນໂລຊີ (GNSS and CORS) 4.0 ປີ 2020; ການຮ່ວມມືກັບ ລັດວິສາຫະກິດ ເພື່ອສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ປີ 2020; ການຮ່ວມມືກັບ ກົມຊົນລະປະທານ ເພື່ອຫັນເປັນລັດຖະບານດີຈີຕອນ ປີ 2020; ການຮ່ວມມືກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສຶກສາຄວາມເປັນໄປໄດ້ໂຄງການຫັນເປັນດີຈີຕ໋ອນ ຢູ່ລາວ ປີ 2020; ຮ່ວມມືກັບ ລັດວິາຫະກິດໄຟຟ້າລາວ (ຟຟລ)ດ້ານໂທລະຄົມ ມະນາຄົມ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ ປີ 2022.
ນອກຈາກນັ້ນ, ການບໍລິການຂອງ ຢູນີເທວ ໃນບໍລິສັດລູກ ທີ່ໃຫ້ບໍລິການດ້ານຟິນເທັກ ທີ່ມີເຄື່ອງໝາຍການຄ້າ ຢູມັນນີ ເພື່ອສະດວກແກ່ລູກຄ້າ ໃນການຊໍາລະດ້ວຍມືຖື ເຊິ່ງ ຢູມັນນີ ໄດ້ກາຍເປັນຊ່ອງທາງໃນການເບີກຈ່າຍເງິນເດືອນແກ່ພະນັກງານ ໃນຕ່າງແຂວງທີ່ບໍ່ມີທະນາຄານ, ເບີກຈ່າຍເງິນອຸດໜູນຂອງອົງການຈັດຕັ້ງສາກົນ ແລະ ສືບຕໍ່ພັດທະນາໃຫ້ບໍລິການໄດ້ເຊື່ອມຕໍ່ຢ່າງກ້ວາງຂວາງ ເພື່ອສ້າງໃຫ້ ຢູມັນນີ ກາຍເປັນສູນກາງທີ່ໃຫຍ່ໃນການເລືອກຈ່າຍ, ເລືອກຊໍາລະໄດ້ທັນເວລາໂດຍຜ່ານ ຢູມັນນີ ທັງພາຍໃນ ລວມເຖິງຕ່າງປະເທດ ແລະ ໄດ້ໃຫ້ບໍລິການລວມໄດ້ 3 ປີ ໂດຍຜ່ານຊ່ອງທາງຂອງຢູມັນນີ.
Loading...