ຕອນເຊົ້າຂອງວັນທີ 27 ພຶດສະພາ 2020 ທີ່ໂຮງຫມໍເມືອງຫົງສາ ແຂວງໄຊຍະບູລີ, ບໍລິສັດ ອິຕາລຽນໄທ ຫົງສາ ຈຳກັດ ໄດ້ມອບອຸປະກອນການແພດໃຫ້ແກ່ໂຮງຫມໍເມືອງ ເພື່ອນຳໃຊ້ເຂົ້າໃນການກຽມພ້ອມເຝົ້າລະວັງປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19. ຕາງໜ້າມອບເຄື່ອງຊ່ວຍເຫລືອຄັ້ງນີ້, ໂດຍທ່ານ ພິດສະພົນ ວິຣະສາຍາ ຜູ້ຈັດການໂຄງການຂອງບໍລິສັດ ອິຕາລຽນໄທ ຫົງສາ ຈຳກັດ ພ້ອມດ້ວຍທີມງານ ແລະ ຕາງໜ້າຮັບໂດຍທ່ານ ນາງ ດາວວິນ ລາດຊະກິດ ຮອງເລຂາພັກເມືອງ ປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ຂັ້ນເມືອງ ເມືອງຫົງສາ ພ້ອມດ້ວຍຜູ້ອຳນວຍການໂຮງຫມໍເມືອງເຂົ້າຮ່ວມ.
ອຸປະກອນທາງການແພດທີ່ໄດ້ມອບ-ຮັບໃນຄັ້ງນີ້ແມ່ນຕູ້ຄວາມດັນລົບ ຈຳນວນ 3 ຊຸດ ມູນຄ່າ 45,000 ບາດ (ສະກຸນເງິນໄທ). ໂອກາດນີ້, ທ່ານ ນາງ ດາວວິນ ລາດຊະກິດ ໃນນາມຕາງໜ້າອົງການປົກຄອງເມືອງກໍ່ຄືຄະນະສະເພາະກິດຂັ້ນເມືອງ ໄດ້ສະແດງຄວາມ ຂອບອົກຂອບໃຈ ຕໍ່ບໍລິສັດ ອິຕາລຽນໄທ ຫົງສາ ຈຳກັດ ທີ່ປະຈໍາຢູ່ໃນໂຄງການ ພະລັງງານຄວາມຮ້ອນປາກບໍ່ແຮ່ຫົງສາ ທີ່ໄດ້ໃຫ້ການຊ່ວຍເຫລືອໃນຄັ້ງນີ້ ແລະ ສັນຍາວ່າຈະນໍາເອົາການຊ່ວຍເຫລືອນີ້ ໄປນໍາໃຊ້ເຂົ້າໃນວຽກງານທີ່ຈໍາເປັນ ແລະ ຖືກຕ້ອງຕາມຄວາມຕ້ອງການຕົວຈິງ ເພື່ອປ້ອງກັນພະຍາດ ອັກເສບປອດຈາກເຊື້ອ ຈຸລະໂລກສາຍພັນໃໝ່ COVID-19.
ຂ່າວ-ພາບ: ກິດຕິສັກ ບົວໄລ