ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 09 ຕຸລາ 2021 ນີ້ ຢູ່ຫ້ອງວ່າການປົກຄອງເມືອງປາກລາຍ ບໍລິສັດ ເກດມະນີ ກໍ່ສ້າງ ຈຳກັດ ໄດ້ນຳເອົາສີມັງຈຳນວນ 50 ໂຕນ ມາມອບໃຫ້ຄະນະກຳມະການໂຄງການກໍ່ສ້າງພະເຈົ້າໃຫຍ່ ໄຊຊົມພູ ທີ່ພູກະບົກ ວັດສີສະອາດຊົມພູ ເພື່ອດຳເນີນສືບຕໍ່ກໍ່ສ້າງ ເຊິ່ງໃນໄລຍະທຳອິດແມ່ນໄດ້ມອບໄປແລ້ວ 25 ໂຕນ ແລະ ໃນເທື່ອນີ້ແມ່ນໄດ້ນຳມາມອບອີກ 25 ໂຕນ ລວມເປັນ 50 ໂຕນ, ກ່າວມອບໂດຍທ່ານ ວິລະເວດ ຫານຊະນະ ຕ່າງໜ້າບໍລິສັດ ເກດມະນີ ກໍ່ສ້າງ ຈຳກັດ ພ້ອມດ້ວຍທິມງານ ແລະ ກ່າວຮັບໂດຍທ່ານ ບຸນພະລັງ ວິໄລສັກ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງໆປາກລາຍ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ, ວຽກຍຸດຕິທຳ-ຕຸລາການຂັ້ນເມືອງ. ໂດຍມີຄະນະກຳມະການໂຄງການກໍ່ສ້າງ, ຮອງຫົວໜ້າຫ້ອງວ່າການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້ ທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງກຳມະການປະຈຳພັກເມືອງ ຮອງເຈົ້າເມືອງໆປາກລາຍ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ, ວຽກຍຸດຕິທຳ- ຕຸລາການຂັ້ນເມືອງ. ກໍ່ໄດ້ມອບໃບກຽດຕິຄຸນ ພ້ອມທັງຕາງໜ້າໃຫ້ແກ່ຄະນະນຳຂອງເມືອງ, ຄະນະກຳມະການກໍ່ສ້າງ ແລະ ພໍ່ແມ່ປະຊາຊົນເມືອງປາກລາຍ ສະແດງຄວາມດີໃຈ, ຂອບໃຈ ແລະ ອວຍພອນໄຊອັນປະເສີດມາຍັງທ່ານ ວິລະເວດ ຫານຊະນະ ຕ່າງໜ້າບໍລິສັດ ເກດມະນີ ກໍ່ສ້າງ ຈຳກັດ ພ້ອມດ້ວຍທິມງານ ທີ່ໄດ້ປະກອບສ່ວນໃນການກໍ່ສ້າງໃນຄັ້ງນີ້. ພ້ອມທັງຢືນຢັນວ່າຈະປະສານໄປຍັງພາກສ່ວນທີ່ກ່ຽວຂ້ອງ ເພື່ອມາຮັບເອົາເຄື່ອງຈຳນວນດັ່ງກ່າວໄປນຳໃຊ້ຢ່າງມີປະສິດທິຜົນ ພ້ອມທັງເຊີນຊວນມາຍັງທຸກໆພາກສ່ວນໃນສັງຄົມທີ່ມີນ້ຳໃຈໃສສັດທາ ເຂົ້າຮ່ວມປະກອບສ່ວນຕໍ່ຍອດເປັນເຈົ້າສັດທາຮ່ວມກັນ ໃນການກໍ່ສ້າງພະເຈົ້າໃຫຍ່ໄຊຊົມພູໃຫ້ສຳເລັດ.
ຂ່າວ-ພາບ : ທອງສະຫວັດ ໄຊຍະລາດ