ຕອນເຊົ້າວັນທີ 25 ພຶດສະພາ ນີ້ບໍລິສັດເຂື່ອນໄຟຟ້າດອນເຊຮົງ ເມືອງໂຂງ ແຂວງຈຳປາສັກ ໄດ້ມອບສັງກະສີຈຳນວນ 5.580 ແຜ່ນ, ນ້ຳດື່ມຈຳນວນ 837 ແພັກ ແລະ ເຂົ້າສານຈຳນວນ 5.580 ກິໂລກຼາມ ມູນຄ່າ 189.720.000 ກີບ ເພື່ອເປັນການປະກອບສ່ວນບັນເທົາທຸກໃຫ້ຄອບຄົວທີ່ຖືກຜົນກະທົບຈາກພະຍຸລະດູຮ້ອນ ທີ່ພັດເຂົ້າໃສ່ບ້ານເຮືອນຂອງພໍ່ແມ່ປະຊາຊົນໃນຄືນວັນທີ 17 ພຶດສະພາ 2021.
ກ່າວຮັບເຄື່ອງຄັ້ງນີ້ໂດຍທ່ານນາງ ຄຳພູ ລິດທິສັກ ເລຂາພັກເມືອງ, ເຈົ້າເມືອງໆໂຂງ ແລະ ກ່າວມອບໂດຍທ່ານ ສົມພອນ ພົມມະນີວົງ ຜູ້ຈັດການສິ່ງແວດ ລ້ອມ- ສັງຄົມ ຕາງໜ້າບໍລິສັດເຂື່ອນໄຟຟ້າດອນເຊຮົງ (DSPC); ຊ້ອງໜ້າທ່ານຮອງເລຂາພັກເມືອງ, ຫົວໜ້າຫ້ອງວ່າການເມືອງ ແລະ ຫົວໜ້າຫ້ອງການແຮງງານສະຫວັດດີການ ແລະ ສັງຄົມເມືອງ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ
Loading...