ໃນຕອນບ່າຍວັນທີ 27 ທັນວາ 2021 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ໂມກ ຈຳກັດ ໄດ້ນຳເອົາລົດ ທີ່ນຳໃຊ້ພະລັງງານໄຟຟ້າ ຍີ່ຫໍ້ BYD HAN EV ຈໍານວນ 01 ຄັນ ມູນຄ່າ 61.900 ໂດລາສະຫະລັດ ມາມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ເພື່ອນໍາໃຊ້ເຂົ້າໃນວຽກງານຂອງລັດຖະບານ ກໍຄືຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໂດຍການໃຫ້ກຽດເຂົ້າຮ່ວມ ພິທີມອບ-ຮັບຂອງທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ; ມີພະນັກງານທີ່ກ່ຽວຂ້ອງ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ບໍລິສັດ ດັ່ງກ່າວ ເຂົ້າຮ່ວມ.

ທ່ານ ນາງ ແມງໂກ ຕາງໜ້າບໍລິ ສັດ ໂມກ ຈຳກັດ ກໍ່ໄດ້ກ່າວວ່າ: ຈຸດປະສົງ ຂອງການມອບລົດໄຟຟ້າ ໃນຄັ້ງນີ້ ເພື່ອໃຫ້ ຫສນຍ ນຳໃຊ້ເຂົ້າໃນວຽກງານບໍລິການຮັບໃຊ້ລັດຖະບານ, ທັງເປັນການຊ່ວຍຊຸກຍູ້ສົ່ງເສີມພາກສ່ວນຕ່າງໆ ໃນສັງຄົມ ມານຳໃຊ້ລົດທີ່ນຳໃຊ້ພະລັງງານໄຟຟ້າ ໃຫ້ນັບມື້ຫຼາຍຂຶ້ນ, ປະກອບສ່ວນປະຕິບັດມາດຕະການປະຢັດມັດທະຍັດ ແລະ ເປັນມິດກັບສິ່ງແວດລ້ອມ ຕາມນະໂຍບາຍຂອງລັດຖະບານ ແນໃສ່ຫຼຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟ ກໍ່ຄືການນຳເຂົ້າສິນຄ້າຈາກຕ່າງປະເທດ ເປັນກ້າວໆ ເພື່ອພັດທະນາເສດຖະກິດ ຂອງ ສປປ ລາວ ໃຫ້ນັບມື້ເຂັ້ມແຂງ.

ໃນໂອກາດນີ້, ທ່ານ ຄຳເຈນ ວົງໂພສີ ຕາງໜ້າລັດຖະບານ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ຕໍ່ບໍລິສັດ ທີ່ໄດ້ປະກອບສ່ວນ ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ໃນຄັ້ງນີ້, ຊຶ່ງສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະ ສະໜັບສະໜູນ ການປະຕິບັດໜ້າທີ່ວຽກງານ ຂອງລັດຖະບານ ກໍ່ຄືການປະຕິບັດພາລະກິດສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ໄດ້ຮັບການພັດທະນາເປັນກ້າວໆ. ພ້ອມກັນນີ້, ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະ ມົນຕີ ໄດ້ມອບໃບຍ້ອງຍໍ ໃຫ້ບໍລິສັດ ເພື່ອສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອໃນຄັ້ງນີ້.


ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ