ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ຊ່ວຍເຫຼືອ ເພື່ອຕ້ານການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ

ຈາກສະຖານະການການແຜ່ລະບາດຂອງພະຍາດ ໂຄວິດ-19 ຕັ້ງແຕ່ປີ 2020 ຈົນເຖິງປັດຈຸບັນ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ສັງຄົມ ໃນວົງກວ້າງ,  ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ໄດ້ໃຫ້ຄວາມສຳຄັນເຖິງສະຖານະການການແຜ່ລະບາດດັ່ງກ່າວ ຈຶ່ງຂໍຮ່ວມເປັນ ສ່ວນໜຶ່ງຂອງສັງຄົມ ໂດຍການສະໜັບສະໜູນງົບປະມານ ຈຳນວນ 1,000,000 ບາດ ຜ່ານໂຄງການລະດົມທຶນຊ່ວຍເຫຼືອ ເພື່ອຕ້ານ ການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ. ພາຍໃຕ້ການດຳເນີນງານຂອງ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂອງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ.

ນັບແຕ່ປີ 2020 ເປັນຕົ້ນມາ ບໍລິສັດໄດ້ມີສ່ວນຮ່ວມສະໜັບສະໜຸນງົບປະມານ ເພື່ອຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ກັບ ລັດຖະບານ ແຫ່ງ ສປປ ລາວ. ທັງໃນລະດັບທ້ອງຖິ່ນ ແລະ ລະດັບສູນກາງ ລວມແລ້ວຈຳນວນກວ່າ 9 ໂຄງການ ເປັນເງິນມູນຄ່າ 1,200,000,000 ກີບ (ໜຶ່ງພັນສອງຮ້ອຍຫົກສິບລ້ານກີບ) ຫຼື ເທົ່າກັບ 3,600,000 ບາດ (ສາມລ້ານຫົກແສນບາດ). ນອກຈາກພັນທະກິດຫຼັກຂອງ ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ໃນດ້ານການຜະລິດກະແສໄຟຟ້າ ເພື່ອສ້າງຄວາມໝັ້ນຄົງທາງດ້ານ ພະລັງງານໃຫ້ກັບ ສປປ ລາວ. ແລະ ລາດຊະອານາຈັກໄທ ແລ້ວ ການໃຫ້ຄວາມສຳຄັນໃນເລື່ອງ ຄວາມໃສ່ໃຈ, ຄວາມຫ່ວງໃຍຕໍ່ຊຸມຊົນ ແລະ ສັງຄົມ ກໍ່ເປັນອີກສິ່ງໜຶ່ງທີ່ບໍລິສັດໃຫ້ຄວາມສຳຄັນມາໂດຍຕະຫຼອດ ແລະ ຈາກສະຖານະການການແຜ່ລະບາດຂອງພະຍາດໂຄວິດ19 ທີ່ທົ່ວໂລກກຳລັງປະເຊີນຢູ່ໃນຂະນະນີ້ ຈຳເປັນຕ້ອງອາໄສຄວາມຮ່ວມມືຈາກທຸກພາກສ່ວນໃນການເບີ່ງແຍງພໍ່ແມ່ປະຊາຊົນໃຫ້ປອດ

ໄພ ດັ່ງນັ້ນ, ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ຈຶ່ງຂໍເປັນອີກໜຶ່ງພາກສ່ວນທີ່ສະໜັບສະໜູນການຕ້ານສະຖານະການການແຜ່ລະບາດໃນຄັ້ງນີ້ ແລະ ຂໍສົ່ງກຳລັງໃຈໃຫ້ກັບພໍ່ແມ່ປະຊາຊົນ ແລະ ສປປ ລາວ. ໃຫ້ສາມາດຜ່ານພົ້ນວິກິດຄັ້ງນີ້ໄປໄດ້ດ້ວຍດີ