ໃນລະຫວ່າງວັນທີ 12-13 ກໍລະກົດ 2022 ໂດຍບໍລິສັດ ໄດ້ໃຫ້ການສະໜັບສະໜຸນປາ ສໍາລັບປ່ອຍຄືນສູ່ແຫຼ່ງນໍ້າທໍາມະຊາດ ຈໍານວນທັງໝົດ 30,000 ໂຕ ແບ່ງອອກເປັນຄື: ເມືອງຫົງສາ ຈໍານວນ 15,000 ໂຕ, ເມືອງເງິນ ຈໍານວນ 10,000 ໂຕ ແລະ ເມືອງຊຽງຮ່ອນ ຈໍານວນ 5,000 ໂຕ, ໂດຍບໍລິສັດ ໄດ້ໃຫ້ການສະ ໜັບສະໜຸນປາ ແລະ ເຂົ້າຮ່ວມງານທັງສາມເມືອງເປັນປະຈໍາທຸກປີ ຈຸດປະສົງ ເພື່ອເປັນການປູກຈິດສໍານຶກທີ່ດີໃຫ້ກັບເຍົາວະຊົນ ແລະ ປະຊາຊົນ ໃຫ້ຄໍານຶງເຖິງຄວາມສໍາຄັນຂອງການອະນຸລັກສັດນໍ້າ- ສັດປ່າ ບໍ່ໃຫ້ສູນພັນຈາກການກະທໍາຂອງມະນຸດທັງທາງກົງ ແລະ ທາງອ້ອມ ແລະ ຮ່ວມເປັນສ່ວນສໍາຄັນໃນການຊ່ວຍປັບສົມດຸນໃຫ້ກັບລະບົບນິເວດ ດ້ວຍການຟື້ນຟູສະພາບຂອງແຫຼ່ງນໍ້າ ແລະ ປ່າຕົ້ນນໍ້າ ໃຫ້ມີຄວາມສົມບູນຫຼາຍຂຶ້ນ.
May be an image of 2 people, people standing and outdoors
May be an image of 7 people and outdoors
Loading...