ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 17 ກຸມພາ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງ ຈັນ, ບໍລິສັດ China Construction Pearl River (Lao) Co.,Ltd (CCPRL) ໄດ້ເຂົ້າມອບເຄື່ອງຊ່ວຍເຫລືອ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ເຊິ່ງປະ ກອບມີ ຜ້າອັດປາກ-ດັງ, ຖົງມື, ເຈວລ້າງມື, ຊຸດພີພີອີ ແລະ ນໍ້າຢາຂ້າເຊື້ອ ລວມມູນຄ່າ 200 ລ້ານກີບ ໂດຍນຳພາຄະນະເຂົ້າມອບຂອງທ່ານ ນາງHuang Yingfei ຜູ້ຕາງໜ້າຮັບຜິດຊອບຂອງບໍລິ ສັດ ບໍລິສັດ CCPRL ແລະ ຕາງ ໜ້າກ່າວຮັບຂອງທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະ ຄອນ ຫຼວງວຽງຈັນ; ມີບັນດາຫົວ ໜ້າພະແນກການທີ່ກ່ຽວຂ້ອງ ຂອງນະຄອນຫຼວງວຽງຈັນ ພ້ອມດ້ວຍ ຄູ່ຮ່ວມມືຂອງບໍລິສັດ ທີ່ນຳເຄື່ອງມາມອບ ເປັນຕົ້ນ ປະທານການຄ້າຈີນ ແຫ່ງ ສປປ ລາວ, ຜູ້ອຳນວຍທະນາຄານຈີນ (BOC), ປະທານບໍລິສັດ EGD, ປະທານບໍລິສັດ ພັດທະນາກະສິກຳທັນ ສະໄໝ JiaRun ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານເຈົ້າຄອງນະ ຄອນຫຼວງວຽງຈັນ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ບໍລິສັດບໍລິສັດ CCPRL ທີ່ເຫັນໄດ້ເຖິງຄວາມສໍາຄັນ ແລະ ປະ ກອບສ່ວນໃຫ້ການຊ່ວຍ ເຫຼືອ ເຂົ້າໃນການຊຸກຍູ້ວຽກງານປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ໃນຄັ້ງນີ້, ພ້ອມທັງ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາເຄື່ອງທີ່ໄດ້ຮັບຊ່ວຍເຫລືອຄັ້ງນີ້ ໄປໝູນໃຊ້ໃຫ້ຖືກຕາມຈຸດ ປະສົງ, ເປົ້າໝາຍ ແລະ ເກີດຜົນປະໂຫຍດສູງສຸດ, ທັງຈະເອົາໃຈໃສ່ຢ່າງສຸດຄວາມສາມາດ ໃນການແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ເຮັດໃຫ້ວຽກງານດັ່ງກ່າວ ມີການຈັດຕັ້ງປະຕິບັດຢ່າງແຂງແຮງ ແລະ ມີຄວາມພ້ອມຮອບດ້ານ, ແນໃສ່ເຮັດໃຫ້ການລະບາດຂອງພະຍາດຫລຸດລົງເປັນກ້າວໆ ແລະ ນຳພາປະຊາຊົນ ທົ່ວນະຄອນຫຼວງວຽງ ຈັນ ສາມາດດຳລົງຊິວິດປົກກະຕິແບບໃໝ່ ຢ່າງມີຄວາມສຸກ, ພ້ອມດຽວກັນນີ້ ເພື່ອກຽມຄວາມພ້ອມໃນການເປັນເຈົ້າພາບຈັດກອງປະ ຊຸມສຸດຍອດອາຊຽນໃນປີ 2024 ນີ້, ກໍຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນ ຮ່ວມແຮງຮ່ວມໃຈ ຈາກທາງບໍລິສັດເຊັ່ນດຽວກັນ.
ໃນໂອກາດດຽວກັນ, ທາງບໍລິສັດ ທີ່ນຳເຄື່ອງມາມອບຊ່ວຍເຫຼືອຄັ້ງນີ້ ກໍ່ໄດ້ກ່າວສະແດງຄວາມຍິນດີ ທີ່ຈະສືບຕໍ່ໃຫ້ການສະໜັບສະ ໜູນ ໃນຫຼາຍວຽກງານຂອງນະ ຄອນຫຼວງວຽງຈັນ ໂດຍສະເພາະ ການປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງ ເພື່ອປະກອບສ່ວນ ເຂົ້າໃນການ ພັດທະນາເສດຖະ ກິດ- ສັງຄົມ ໃຫ້ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ ເວົ້າລວມ, ເວົ້າສະ ເພາະ ແມ່ນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໃຫ້ໄດ້ຮັບການແກ້ໄຂ ຢ່າງມີປະສິດ ທິພາບ, ປະສິດທິຜົນ ແລະ ມີຜົນສຳເລັດ ເປັນຢ່າງດີ.
ທ່ານ ຫຼີຈື້ຢົງ ປະທານສະພາການຄ້າຈີນ ປະຈໍາ ສປປ ລາວ, ຜູ້ອຳ ນວຍທະນາຄານຈີນ (BOC) ຍັງໄດ້ກ່າວວ່າ, ທາງສະພາການຄ້າ ຈີນ ປະຈໍາ ສປປ ລາວເອງກໍໄດ້ຕິດຕາມສະພາບການວຽກງານດ້ານຕ້ານການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນນະຄອນຫຼວງເປັນພິເສດ, ການຊ່ວຍເຫຼືອໃນຄັ້ງນີ້ຂອງ ບໍລິສັດ CCPRL ໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນວຽກງານດັ່ງກ່າວຂອງທາງບໍລິສັດ ແລະ ຍັງສະແດງໃຫ້ເຫັນເຖິງການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຜ່ານຜ່າວິກິດການຂອງທັງສອງຊາດລາວ-ຈີນ.
ໃນຕອນທ້າຍ, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ມອບໃບຍ້ອງຍໍ ໃຫ້ແກ່ບໍລິສັດ ທີ່ໄດ້ປະກອບສ່ວນຊຸກຍູ້ໃນຄັ້ງນີ້ ຕື່ມອີກ.