ວັນທີ 15 ມິຖຸນາ 2021, ທີ່ກະຊວງປ້ອງ ກັນຄວາມສະຫງົບ ໄດ້ຈັດກອງປະຊຸມປືກສາຫາລືຄວາມເປັນເອກະພາບລະ ຫວ່າງກຳລັງ ປກຊ-ປກສ ເພື່ອກະກຽມຄວາມພ້ອມປ້ອງກັນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ໂດຍການເປັນປະທານຂອງພົຕ ກົງທອງ ພົງວິຈິດ ຮອງລັດຖະ ມົນຕີກະຊວງ ປກສ,ຫົວໜ້າອະນຸກຳ ມະການປ້ອງກັນຄວາມສະ ຫງົບໂຄງການກໍ່ ສ້າງທາງລົດໄຟ ລາວ-ຈີນ,ມີບັນດາຄະ ນະພັກ-ຄະນະບັນຊາ, ກົມກອງວິຊາສະເພາະຂອງສອງກຳລັງ ເຂົ້າຮ່ວມ.

ໃນກອງປະຊຸມ, ສອງຝ່າຍໄດ້ຜັດປ່ຽນກັນຂຶ້ນລາຍງານວຽກງານ ປກຊ-ປກສ ທີ່ໄດ້ຮ່ວມກັນຈັດ ຕັ້ງປະຕິບັດວຽກງານວິຊາສະເພາະ ໃນໄລຍະຜ່ານມາໃຫ້ກັນຊາບ, ພ້ອມນັ້ນ ຍັງໄດ້ຮ່ວມກັນປືກສາຫາລືຄວາມເປັນເອກະພາບດ້ານວຽກງານວິຊາສະ ເພາະຂອງສອງກຳລັງ ເຊັ່ນ:ເຫັນ ດີແບ່ງຄວາມຮັບ ຜິດຊອບໃຫ້ກຳລັງ ປກຊ-ປກສ ປະຕິບັດໜ້າທີ່ຕາມຄວາມຮັບຜິດຊອບຂອງຕົນ, ຮີບຮ້ອນເລັ່ງທວງນິຕິກຳພາລະບົດບາດສິດຂອງກົມຕຳຫຼວດລົດໄຟ ກົມໃຫຍ່ຕຳຫຼວດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ໃຫ້ກະຊວງ ປກຊ-ປກສ ປະສານສົມທົບກັບບໍລິສັດທາງລົດໄຟລາວ-ຈີນ ລົງສຳຫຼວດກວດກາສະຖານ ທີ່ທີ່ຕັ້ງຫ້ອງການ,ປ້ອມຍາມກຳລັງ ປກຊ-ປກສ ທີ່ຈະເຂົ້າປະຕິບັດໜ້າທີ່ພາຍຫຼັງການເປີດນໍາໃຊ້ໂຄງ ການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນທ້າຍປີ 2021 ນີ້ ແລະ ໃຫ້ກົມຕຳຫຼວດ ຕມ ກົມໃຫຍ່ສັນຕິບານ ຂຶ້ນແຜນງານດ້ານບຸກຄະລາກອນ,ແຜນຝືກອົບຮົບວິຊາສະເພາະ ເພື່ອຮອງຮັບ ແລະ ອຳນວຍຄວາມສະດວກໃນການເຂົ້າ-ອອກເມືອງຢູ່ບັນດາດ່ານທີ່ມີລົດໄຟຜ່ານເຂົ້າ-ອອກ ເພື່ອແນໃສ່ເຮັດໃຫ້ແຕ່ລະຈຸດມີຄວາມເປັນລະບຽບຮຽບຮ້ອຍ ແລະ ຮັກສາໄດ້ຄວາມສະຫງົບປອດໄພ.

ພາບ-ຂ່າວ: ສີລິພອນ