ການແຂ່ງຂັນບານສົ່ງຫາດຊາຍ ໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XI ຫລື ຊຽງຂວາງ ເກມ 2022ຮອບຊີງຊະນະເລີດ ຈັດຂຶ້ນໃນຕອນບ່າຍວັນທີ່ 18 ທັນວາ 2022 ທີ່ສະຫນາມກິລາບານສົ່ງຫາດຊາຍ ແຄມນໍ້າຫງໍາ, ເມືອງແປກ.
ປະເພດຊາຍ: ກະຊວງປ້ອງກັນປະເທດ ຊະນະ ແຂວງຄໍາມ່ວນ 2-0 ເຊັດ, ໄດ້ຫລຽນຄໍາ ໄປຄອງ, ແຂວງຄໍາມ່ວນ ໄດ້ຫລຽນເງິນ, ສ່ວນຫລຽນທອງ ເປັນຂອງນັກກິລາຈາກ ແຂວງຊຽງຂວາງ ເຈົ້າພາບ.
ປະເພດຍິງ: ແຂວງຈໍາປາສັກ ຊະນະ ກະຊວງປ້ອງກັນປະເທດ 2-0 ເຊັດ, ໄດ້ຫລຽນຄໍາໄປຄອງ, ກະຊວງປ້ອງກັນປະເທດ ໄດ້ຫລຽນເງິນ, ສ່ວນຫລຽນທອງ ເປັນຂອງນັກກິລາຈາກ ແຂວງອັດຕະປື.
ພາບ: ຫລ້າ



