ໃນຕອນບ່າຍຂອງວັນທີ 26 ມັງກອນ 2022 ນີ້ ຄະນະພັກ, ຄະນະບັນຊາ ກອງບັນຊາການ ປກສ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ ສຶກສາອົບຮົມກຸ່ມໄວໜຸ່ມນັກຮຽນທີ່ມີການດັດແປງສະພາບເຕັກນິກລົດ, ຂຶ້ນຢູ່ທີ່ພະແນກຕໍາຫລວດໜ່ວຍງານຈະລາຈອນ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ໂດຍເຊີນເອົາໄວໜຸ່ມກຸ່ມເປົ້າໝາຍ ແລະ ຜູ້ປົກຄອງມາຮ່ວມຮັບຟັງ, ຈຸດປະ ສົງຂອງການສຶກສາອົບຮົມ ແລະ ກ່າວເຕືອນ ເພື່ອເຮັດໃຫ້ເຂົາເຈົ້າຢຸດເຊົາການດັດແປງສະພາບເຕັກນິກລົດ ເພື່ອບໍ່ໃຫ້ເປັນແບບຢ່າງໃຫ້ຜູ້ອື່ນ, ມີຄວາມສ່ຽງສູງໃນການເກີດອຸປະຕິ ເຫດ ແລະອາດມີອັນຕະລາຍເຖິງຊິວິດ ແລະ ເສຍຫາຍທາງດ້ານຊັບສິນ. ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນຕີ ຕຽງທອງ ໄຊຍະວງ ຮອງຫົວໜ້າພະແນກຕຳຫລວດ, ຫົວ ໜ້າໜ່ວຍງານຈະລາຈອນ, ມີຮອງຫົວໜ້າໜ່ວຍງານ, ເຈົ້າໜ້າ ທີ່ຂອງໜ່ວຍງານຈະລາຈອນຮ່ວມ;
ສະຫາຍ ພັນຕີ ລີຈັນ ຈັນທະວົງສາ ໄດ້ແຈ້ງໃຫ້ຮູ້ກ່ຽວກັບແຜນ ການລົງເຄື່ອນ ໄຫວເພື່ອເກັບກໍາຂໍ້ມູນ ແລະ ສະກັດລົດກຸ່ມເປົ້າ ໝາຍ ຕາມແຜນການແມ່ນເລີ່ມແຕ່ຕົ້ນເດືອນມັງກອນ 2022 ເປັນຕົ້ນມາ ເຊິ່ງສາມາດສັງລວມ ແລະ ຢຶດລົດຈັກທີ່ດັດແປງສະ ພາບເຕັກນິກ ແລະ ລະເມີດກົດຈະລາຈອນ ທັງໝົດ 16 ຄົນ, ພ້ອມກັບການກວດກາເອກະສານກ່ຽວຂ້ອງຂອງລົດ ແລະ ໃບອະນຸຍາດຂັບຂີ່. ໂອກາດດຽວກັນບັນດາເຈົ້າໜ້າທີ່ຈະລາຈອນ ກໍ່ຄືຄະນະກໍາມະການແກ້ໄຂໄດ້ຜັດປ່ຽນກັນມີຄໍາເຫັນກ່າວເຕືອນສຶກສາອົບຮົມກຸ່ມໄວຮຽນ, ຍົກໃຫ້ເຫັນເຖິງຄວາມອັນຕະລາຍຂອງການລະເມີດກົດລະບຽບຈະລາຈອນທາງບົກ ແລະ ຮຽກຮ້ອງໃຫ້ຜູ້ປົກຄອງຂອງເຂົາເຈົ້າ ຈົ່ງໄດ້ເອົາໃຈໃສ່ຕິດຕາມບອກສອນລູກເຕົ້າຂອງຕົນໃຫ້ປ່ຽນແປງພຶດຕິກໍາ, ປັບປ່ຽນຊິ້ນສ່ວນຂອງລົດໃຫ້ຄືນສູ່ສະພາບເດີມ ແລະ ບໍ່ໃຫ້ຊັກຊວນຜູ້ອື່ນປະຕິບັດຕາມ, ພາຍຫລັງສໍາເລັດການອົບຮົມກ່າວເຕືອນແລ້ວໄດ້ມອບພາຫະນະຄືນໃຫ້ເຈົ້າຂອງເດີມ.
ຂ່າວ: ເມືອງທຸລະຄົມ.
Loading...