ເຈົ້າໜ້າທີ່ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ສົມ ທົບກັບພາກສ່ວນກ່ຽວຂ້ອງ ກໍາລັງເລັ່ງສືບສວນ ຫາ ເຫດໄຟໄໝ້ລົດ ແລະ ມີຄົນເສຍຊີວິດ 1 ຄົນໃນລົດທີ່ຖືກໄຟໄໝ້ ຢຸູ່ເຂດບ້ານດອນໄຮ່ ເມືອງປາກງື່ມ ນະ ຄອນຫຼວງວຽງຈັນ.
ພັນໂທ ສິງຄໍາ ລໍວັນໄຊ ຫົວ ໜ້າກອງບັນຊາການ ປກສ ເມືອງປາກງື່ມ ໃຫ້ຂໍ້ມູນ ໃນວັນທີ 9 ພຶດສະພາ 2022 ວ່າ: ປັດຈຸບັນນີ້ ເຈົ້້າໜ້າທີ່ ປກສ ເມືອງປາກງື່ມ ໄດ້ສົມທົບກັບພາກສ່ວນກ່ຽວ ຂ້ອງ ກໍາລັງຊັນນະສູດ ຊອກຫາຂໍ້ມູນຫຼັກຖານເຫດການດັ່ງກ່າວ; ຜົນຊັນນະສູດໃນເບື້້ອງຕົ້້ນ ຜູ້ເສຍຊີວິດເປັນເພດຊາຍ ຍັງບໍ່ທັນຮູ້ຊື່ ແລະ ທີ່ຢູ່ຢ່າງແນ່ ນອນ; ລົດທີ່ຖືກໄຟໄໝ້ ເປັນລົດ ລົດຈີບປຣາໂດ້ ພວງມະໄລຊ້າຍ ແລະ ກໍາລັງສືບສວນ-ສອບຫາ ຫາເລກຈັກ-ເລກຖັງ ຊອກຫາຜູ້ເປັນເຈົ້າຂອງລົດຄັນດັ່ງກ່າວ ວ່າ ຈະເປັນການເຊື່ອມໂຍງ ກັບ ຜູ້ເສຍຊີວິດໃນເຫດການຄັ້ງນີ້ ຫຼື ບໍ່.
ເຫດການດັ່ງກ່າວ ເກີດຂຶ້ນໃນເວລາ 17:20 ໂມງ ຂອງວັນທີ 7 ພຶດສະພາ 2022 ຢູ່ປ່າເຂດຖິ້້ມຂີ້ເຫຍື້ອບ້ານດອນໄຮ່ ເມືອງປາກງື່ມ, ຜ່ານການກວດກາພົບ ເຫັນຊາກສົບຜູ້ເສຍເປັນເພດຊາຍ 1 ຄົນ ແລະ ພົບ ກະສອບລູກປືນ 4 ກະສອບ ຍັງບໍ່ຮູ້ຊະນິດ; ຕໍ່ມາ ໃນວັນທີ 8 ພຶດສະສາ ເຈົ້າໜ້າທີ່ໄດ້ ກວດກາຄືນໃໝ່ ພົບເຫັນກະ ສອບລູກປືນ ອີກ 2 ກະສອບ ທີ່ບໍ່ຮູ້ຊະນິດ.
ແນວໃດກໍຕາມ, ຕໍ່ກັບຄະດີ ເຈົ້າໜ້າທີ່ກໍາລັງ ເກັບກໍາຂໍ້ມູນຫຼັກຖານ ເພື່ອໃຫ້ຄວາມກະຈ່າງແຈ້ງຕໍ່ສັງຄົມ ແລ້ວຈະນໍາສະເໜິຂ່າວໃນຂັ້ນຕໍ່ໄປ.
ຂ່າວ;ພາບ: ໜັງສືພິມຄວາມສະຫງົບ