ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຄັ້ງວັນທີ 25 ເມສາ 2022 ເຈົ້າໜ້າທີ ປກສ ເມືອງອະນຸວົງໃຫ້ຮູ້ວ່າ ຄັ້ງວັນ ທີ 30 ມີນາ 2022 ເຈົ້າໜ້າທີວິຊາສະເພາະກອງບັນຊາການ ປກສ ເມືອງອະນຸວົງ, ຮ່ວມກັບເຈົ້າໜ້າທີ ວິຊາສະເພາະກອງບັນຊາການ ປກສ ແຂວງໄດ້ລົງກວດຄົ້ນເຮືອນຂອງເປົ້າໝາຍ ທີ່ມີການເຄື່ອນໄຫວຄ້າ-ຂາຍຢາເສບຕິດປະເພດຢາບ້າຈຳນວນ 02 ຫຼັງ ຕາມຄຳສັ່ງກວດຄົ້ນເຄຫາສະຖານ ສະບັບເລກທີ 01 / ອຍກ ຂ1, ແລະ ສະບັບເລກທີ 02 /ອຍກ ກວດຄົ້ນເຮືອນເປົ້າໝາຍທີ 01 ຄື: ເຮືອນຂອງທ້າວ ສີ ຢ່າງ ອາຍຸ 60 ປີ ປະຊາຊົນຢູ່ບ້ານເມືອງຫຼົງ, ເມືອງອະນຸວົງ, ແຂວງໄຊສົມບູນ ພົບເຫັນເຄື່ອງຂອງທີຜິດກົດໝາຍຄື: ຢາເສບຕິດ( ປະເພດຢາບ້າ ) 173 ເມັດ, ເງິນ 80,000 ກີບ( ແປດສິບພັນກີບ), ປືນແກ໋ນ 01 ກະບອກ ພ້ອມດ້ວຍອຸປະກອນເສບຢາບ້າ ແລະ ຢາຝິ່ນຈຳນວນໜຶ່ງ. ພ້ອມທັງກັກຕົວບຸກຄົນຢູ່ໃນເຮືອນໄດ້ຈຳນວນ 04 ຄົນ, ຍິງ 02 ຄົນ ຄື: 01 ທ້າວ ສີຢ່າງ ອາຍຸ 60 ປີ, 02 ທ້າວ ນຸຢ່າງ ອາຍຸ 25 ປີ, 03 ນາງ ວາກົງ ອາຍຸ 48 ປີ, 04ນາງ ໄລ ຕາວະ ອາຍຸ 26 ປີ ເຊິງພວກຜູ້ກ່ຽວເປັນຄອບຄົວດຽວກັນ ແລະ ຮ່ວມກັນກະທຳຜິດໃນຄັ້ງນີ້. ຈາກນັ້ນທາງເຈົ້າໜ້າທີ ຍັງໄດ້ກວດຄົ້ນເຮືອນເປົ້າໝາຍທີ່ 02 ຄືເຮືອນຂອງທ້າວ ສໍເຈຍຢ່າງ ອາຍຸ 52 ປີປະຊາຊົນບ້ານເມືອງຫຼົງ, ເມືອງອະນຸວົງ, ແຂວງໄຊສົມບູນ ກວດພົບເຫັນຢາບ້າຈຳນວນ 08 ແທງ ເທົ່າກັບ 48,000 ເມັດ,( ສີສິບແປດພັນເມັດ ), ເງິນ 16,000,000 ກີບ( ສິບຫົກລ້ານ ກີບ ), ໂທລະສັບ 03 ເຄື່ອງ, ລູກປືນAK 24 ລູກ, ບັງປືນAK 02 ບັງ, ປືນດັດແປງ 06 ກະບອກ, ປືນລົມ 01 ກະບອກ, ລະເບີດ 02 ໜ່ວຍ, ແກັບໝາກຝ່າ 08 ດອກ, ຢາຫຼວງຈຳນວນໜຶ່ງ ( ມີການວາງຂ້າຍຢູ່ໜ້າຮ້ານ), ສາຍຄໍສີເຫຼືອງຄາຍຄືຄຳ ຈຳນວນ 01 ເສັ້ນ ພອ້ມທັງກັກຕົວຄົນໃນເຮືອນທີຮ່ວມກັນກະທຳຜິດໃນຄັ້ງນີ້ໄດ້ 04 ຄົນຍິງ 01 ຄົນ. ຄື: 01 ທ້າວ ສໍເຈຍຢ່າງ ອາຍຸ 52 ປີ, 02 ນາງ ຊົ່ງວ່າງ ອາຍຸ 52 ປີ, 03 ທ້າວ ໄລຢ່າງ ອາຍຸ 28 ປີ, 04 ທ້າວ ນ້ອຍ ອາຍຸ 22 ປີ ເຊິງພວກຜູ້ກ່ຽວເປັນຄອບຄົວດ່ຽວກັນ ແລະ ຮ່ວມກັນກະທຳຜິດໃນຄັ້ງນີ້. ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ ໄດ້ຮູ້ວ່າພວກຜູ້ກ່ຽວທັງ 08 ຄົນ ມີການພົວພັນເຄື່ອນໄຫວຄ້າ-ຂາຍຢາເສບຕິດຮ່ວມກັນ ແລະ ມີອາວຸດລ່າເນື້ອໄວໃນຄອບຄອງ, ແລະ ວາງຂາຍຢາຫຼວງຢູ່ຮ້ານໂດຍບໍຖືກຕ້ອງເຫັນວ່າພວກຜູ້ກ່ຽວ ມີເຈດຕະນາເຄື່ອນໄຫວຄ້າ-ຂາຍຢາເສບຕິດປະເພດຢາບ້າທີເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມ,ເຮັດໃຫ້ສັງຄົມບໍມີຄວາມສະຫງົບ,ເຊິງຜິດຕໍ່ລະບຽບກົດໝາຍໃນມາດຕາ 315 ສະບັບປັບປຸງປີ 2017 ແຫ່ງ ສປປ ລາວ ປະຈຸບັນທາງເຈົ້າໜ້າທີພວມດຳເນີນການສະຫຼຸບສຳນວນຄະດີ ແລະ ດຳເນີນການສືບສວນ-ສອບສວນຕິດຕາມຜູ້ຮ່ວມຂະບວນການມາຮັບໂທດຕາມລະບຽບກົດໝາຍ.
ຂ່າວ ປກສ ແຂວງໄຊສົມບູນ
02095969699