ວັນທີ 21-22 ກໍລະກົດ 2021 ກອງບັນຊາການ ປກສ ເມືອງເງິນ ແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວ ແກ້ໄຂບັນຫາການຄ້າຂາຍ, ມົວສຸມເສບຢາເສບຕິດ ຢູ່ພາຍໃນເມືອງເງິນ, ໂດຍໄດ້ ແກ້ໄຂກຸ່ມແກ້ງເປົ້າໝາຍຄ້າຂາຍຢາເສບຕິດ, ແລະໄດ້ກັກຕົວ ເປົ້າໝາຍຄ້າຂາຍຢາເສບຕິດ ຈຳນວນ 3 ຄົນຄື:
1. ວັນທີ 21 ກໍລະກົດ 2021 ໄດ້ ກັກຕົວ ທ້າວ ແຂກ ວົງສາ ອາຍຸ 30 ປີ, ອາຊີບ
ປະຊາຊົນ, ເຊື້ອຊາດ ລາວ, ສັນຊາດ ລາວ, ເຜົ່າ ລາວລຸ່ມ, ສາສະໜາ ພຸດ, ຢູ່ໜວ່ຍ 18 ບ້ານນໍ້າເງິນ ເມືອງເງິນ ແຂວງໄຊຍະບູລີ ພ້ອມດ້ວຍຂອງກາງຢາບ້າຈໍານວນ 107 ເມັດ.
2. ວັນທີ 21 ກໍລະກົດ 2021 ໄດ້ກັກຕົວ ທ້າວ ນູຊົວ ວື ອາຍຸ 37 ປີ, ອາຊີບ
ປະຊາຊົນ, ເຊື້ອຊາດ ລາວ, ສັນຊາດ ລາວ, ເຜົ່າ ມົ້ງ, ຢູ່ໜວ່ຍ 01 ບ້ານຜາແດງ ເມືອງເງິນ ແຂວງໄຊຍະບູລີ. ພ້ອມດວ້ຍຂອງກາງຢາບ້າຈໍານວນ 606 ເມັດ.
3. ວັນທີ 22 ກໍລະກົດ 2021 ໄດ້ກັກຕົວ ທ້າວ ປໍເຢະ ຢາງ ອາຍຸ 42 ປີ, ອາຊີບ
ປະຊາຊົນ, ເຊື້ອຊາດ ລາວ, ສັນຊາດ ລາວ, ເຜົ່າ ມົ້ງ, , ຢູ່ໜວ່ຍ 19 ບ້ານນໍ້າເງິນ ເມືອງເງິນ ແຂວງໄຊຍະບູລີ. ພ້ອມດວ້ຍຂອງກາງຢາບ້າຈໍານວນ 516 ເມັດ. ຜູ້ກ່ຽວແມ່ນເຄີຍຖືກສານຕັດສິນລົງໂທດຈໍາຄຸກມາແລ້ວ 1 ຄັ້ງ ແລະ ບໍ່ມີການເຂັດຫຼາບ.
ປັດຈຸບັນ, ເຈົ້າໜ້າທີ່ ພວມດຳເນີນການສືບສວນ-ສອບສວນຂະຫຍາຍຜົນຊອກຫາກຸ່ມແກ້ງຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບຂອງກົດໝາຍ.
ພາບ+ຂ່າວ ໂດຍ: ອິນແປງ ແຫວນຄໍາ
Loading...