ເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ, ປກສ ແຂວງບໍລິຄຳໄຊ ໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໂດຍໃນລະຫວ່າງທ້າຍເດືອນພະຈິກ ຫາ ຕົ້ນເດືອນທັນ ວາ 2021, ເຈົ້າໜ້າທີ່ກອງບັນຊາ ການ ປກສ ແຂວງບໍລິຄຳໄຊ ໄດ້ສົມທົບກັບພາກສ່ວນກ່ຽວ ຂ້ອງເຂົ້າທຳລາຍສວນກັນຊາທີ່ມີປະ ຊາຊົນ ລັກລອບປູກໃນເຂດຫ່າງໄກສອກຫຼີກ ຈຳນວນ 3 ເມືອງ ຄື: ເມືອງຄຳເກີດ, ເມືອງໄຊຈຳພອນ ແລະ ເມືອງວຽງທອງ ລວມເນື້ອທີ່ 100 ກວ່າເຮັກຕາ.
ພັນເອກ ກົງຈັນ ໄຊປັນຍາ ຫົວ ໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ເປີດເຜີຍວ່າ: ເພື່ອຕອບສະໜອງການ ຈັດຕັ້ງວາລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຄະນະບັນຊາ ປກສ ແຂວງ ໄດ້ນຳພາ-ຊີ້ນຳ ກຳລັງວິຊາສະ ເພາະທົ່ວ ປກສ ແຂວງ ເຂັ້ມງວດໃນການຈັດຕັ້ງປະຕິບັດໜ້າ ທີ່ໂດຍສະເພາະການແກ້ໄຂບັນຫາຢາເສບຕິດ; ໃນນີ້, ໄດ້ຊີ້ນຳບັນດາ ປກສ ເມືອງ ຊອກຄົ້ນຫາເປົ້າ ໝາຍ ແລະ ພື້ນທີ່ສ່ຽງທີ່ປະຊາ ຊົນລັກລອບປູກກັນຊາໃນຂອບ ເຂດແຂວງ ບໍລິຄຳໄຊ ເຊິ່ງສາມາດກວດພົບເຫັນຢູ່ພື້ນທີ່ຫ່າງໄກສອກຫຼີກ 3 ເມືອງຄື: ເມືອງຄຳເກີດ, ເມືອງວຽງທອງ ແລະ ເມືອງໄຊຈຳພອນ. ຈາກນັ້ນ, ຈິ່ງໄດ້ຊີ້ນຳໃຫ້ທຳລາຍສວນກັນຊາຖິ້ມ ໂດຍເຫຼົ່າຮົບວິຊາສະເພາະ ປກສ ແຂວງ, ປກສ ເມືອງ ປະ ສານສົມທົບກັບກໍາລັງ ປກຊ, ໄອຍະການ ແລະ ປ່າໄມ້ ເຂົ້າທຳລາຍສວນກັນຊາ.
ເມືອງຄຳເກີດ ກວດພົບເຫັນ ພື້ນ ທີ່ປູກກັນຊາ ທັງໝົດ 140 ສວນ ເນື້ອທີ່ລວມ 135, 68 ຮຕ ໂດຍ ເຈົ້າໜ້າທີ່ ປກສ ເມືອງ ໄດ້ແບ່ງຈຸດເຂົ້າຈູດທຳລາຍຖິ້ມ ເປັນ 4 ຄັ້ງ ຄື: ຄັ້ງທີ 1, ໃນວັນທີ 27 ພະຈິກ 2021 ນຳພາໂດຍ ພັນໂທ ບົວຂຽນ ໄຊຍະບຸດ ຮອງຫົວໜ້າ ປກສ ເມືອງ ຈູດທຳລາຍຢູ່ເຂດໜອງກອກ ຈຳນວນໄດ້ 45 ສວນ ໃນເນື້ອທີ່ປະມານ 32,2 ເຮັກຕາ.
ຄັ້ງທີ 2, ໃນວັນທີ 5 ທັນວາ 2021 ນຳພາໂດຍ ພັນໂທ ດາວພອນ ໄພມະນີ ຮອງຫົວໜ້າ ປກສ ເມືອງ ຈູດທຳລາຍ 62 ສວນ ເນື້ອທີ່ປະມານ 43,58 ເຮັກຕາ ຢູ່ຂອບເຂດ ເມືອງຄຳເກີດ.
ຄັ້ງທີ 3, ວັນທີ 11 ທັນວາ 2021 ຈູດທຳລາຍ 3 ຈຸດ ຄື: ຈຸດທີ່ 1 ຢູ່ໜອງກອກ ຄຸ້ມໂພນຕານ ທໍາລາຍສວນກັນຊາໄດ້ 10 ສວນ ປະມານ 16,2 ເຮັກຕາ; ຈຸດທີ 2, ທໍາລາຍສວນກັນຊາໄດ້ 15 ສວນ ປະມານ 28,7 ເຮັກຕາ ແລະ ຈຸດທີ 3 ທໍາລາຍສວນກັນຊາໄດ້ 10 ສວນ ປະມານ 16,2 ເຮັກຕາ.
ຄັ້ງທີ 4, ໃນວັນທີ 26 ທັນວາ 2021 ໄດ້ແບ່ງອອກ ເປັນ 2 ຈຸດຄື: ຈຸດທີ 1 ຈຸດທຳລາຍຢູ່ເຂດໜອງກອກ ບ້ານນາຄໍາ ທໍາລາຍສວນກັນຊາໄດ້ 8 ສວນ 7 ເຮັກຕາ ແລະ ຈຸດທີ 2 ຄຸ້ມຄຳມ່ວນ ບ້ານໂພນທອງ ສາມາດທໍາລາຍສວນກັນຊາໄດ້ 10 ສວນ ມີ 8 ເຮັກຕາ.
ເມືອງໄຊຈຳພອນ ກວດພົບສວນກັນຊາ ຈຳນວນ 53 ສວນ ໃນເນື້ອທີ່ ປະມານ 30.05 ຮຕ ຢູ່ບ້ານຄຳກູນາ ເຂດນາແຈງ ຈຶ່ງໄດ້ນຳກຳລັງ ປກສ ເມືອງ ສົມທົບກັບອົງການປົກຄອງເມືອງ ເຂົ້າຈູດທຳລາຍຖິ້ມ ຕັ້ງແຕ່ວັນທີ 12 ຫາ ວັນທີ 23 ທັນວາ ຈິ່ງສຳເລັດ ໂດຍໄດ້ຕັດປະໄວ້ໃຫ້ແຫ້ງ ແລ້ວຈູດ, ສ່ວນສວນໃດບໍ່ທັນແຫ້ງແມ່ນໄດ້ໃຊ້ນຳມັນຫົດ ແລ້ວໃຊ້ໄຟຈູດ; ບາງສວນກຳລັງອັດແທ່ງ ແຕ່ເຈົ້າໜ້າທີ່ໄດ້ເກັບກູ້ພ້ອມທຳລາຍຖິ້ມຈົນໝົດ.
ສຳລັບການຈູດທຳລາຍສວນກັນຊາ ຢູ່ເມືອງວຽງທອງ ແມ່ນຈະໄດ້ຈູດໃນວັນທີ 29 ທັນວາ ນີ້, ລາຍລະອຽດສື່ ປກສ ຈະນຳສະເໜີໃຫ້ສັງຄົມຮັບຮູ້ຕື່ມອີກ.
ຂ່າວ: ບຸນຖິນ.
Loading...