ເວລາ 5 : 30 ນາທີ ຂອງວັນທີ 27 ຕຸລາ 2021 ມີພົນລະເມືອງດີ ໄດ້ລາຍງານຕໍ່ແຈົ້າໜ້າທີ ພະນັກງານ ບ້ານໂພນທອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວວ່າ ຈະມີລົດຕ່າງສິນຄ້າ ປະເພດໄມ້ ຈາກບ້ານຫ້ວຍຊາຍນ້ອຍ ພໍຜ່ານໄປໄດ້ໃນໄລຍະໜຶ່ງ ກໍ່ເຫັນລົດຄັນດັ່ງກ່າວທະບຽນ ບຄ 1194 ກຳແພງນະຄອນ ໄດ້ແລ່ນອອກມາທາງບ້ານນ້ຳຕີນ ທາງເຈົ້າໜ້າທີ່ວິຊາສະເພາະຈຳບ້ານໂພນທອງ ສົມທົບກັບພາກສ່ວນ ເຈົ້າໜ້າທີ່ພາສີ, ອາກອນ, ຊັບສິນ, ກະສິກຳ, ໄດ້ຂໍເຂົ້າກວດຄົ້ນ ລົດຄັນດັ່ງກ່າວ ທາງເຈົ້າໜ້າທີ່ວິຊາສະເພາະໄດ່ສອບຖາມໂຊເວີລົດວ່າແມ່ນສິນຄ້າຫຍັງ ທ່າງໂຊເວີໄດ້ຕອບກັບເຈົ້າໜ້າທີ່ຂອງພວກເຮົາວ່າ ຕ່າງລາງເບຍເປົ່າ ຜົນຂອງການກວດພົບໃນເບື້ອງຕົ້ນແມ່ນລາງເບຍເປົ່າແທ້ ແຕ່ທາງເຈົ້າໜ້າທີ່ພວກເຮົາ ມີຄວາມສົງໄສວ່າລົດຄັນດັ່ງກ່າວ ບໍ່ມີໂລໂກຂອງບໍລິສັດເບຍລາວຕິດໃສ່ຜ້າບັດ ປົກລົດ ແລະ ໄດ້ສັງເກດເບິ່ງລົດອອກໄປ ເຫັນວ່າຕ່າງສິນຄ້າທີ່ມີນ້ຳໜັກຫຼາຍ ສະນັ້ນທາງເຈົ້າໜ້າທີ່ ຈຶ່ງປະສານເອົາລົດຄັນດັ່ງກ່າວ ມາກວດກາຄືນໃໝ່ທີ່ເປັນໜ້າສົງໄສ ຢ້ານມີສິນຄ້າ ສິ່ງທີ່ຜິດກົດໝາຍປະປົນມານຳ ທາງເຈົ້າໜ້າທີ່ຈຶ່ງໄດ້ຂໍກວດກາຄືນຕື່ມຢູ່ທີ່ເຂດຕີນດອຍນໍ້າເລັງ ຈື່ງໄດ້ກວດພົບເຫັນຖົງສີດໍາຢູ່ພາຍໃນລົດຄັນດັ່ງກ່າວ ຈຶ່ງໄດ້ກັກລົດຄັນດັ່ງກ່າວໄວ້ລາຍງານກັບຂັ້ນເທິງ ແລະ ນຳລົດຄັນດັ່ງກ່າວມາກວດຄົ້ນຢ່າງລະອຽດຢູ່ທີ່ກອງບັນຊາການ ປກສ ແຂວງ ຜ່ານການກວດຄົ້ນ ພົບເຫັນຢາເສບຕິດ ປະເພດຢາບ້າຈຳນວນ 262 ເປົ່າເທົ່າກັບ 27.832ມັດ ເທົ່າກັບ 55.664.000ເມັດ ມີນ້ຳໜັກ 5.566,4 kg , ຢາໄອສ ຈຳນວນ 65 ເປົ້າ ເທົ່າກັບ1.537 ຫໍ່ ມີນ້ຳໜັກ 1.537 kg, ລົດບັນທຸກ 12 ລໍ້ 1 ຄັນ, ແລະ ໄດ້ກັກຕົວ ທ້າວ ທອງໄຊທໍ ໂຊເຟີລົດ ອາຍຸ 22 ປີ ອາຊີບຂັບລົດ ຢູ່ບ້ານ ນ້ຳສະໝອກເໜືອ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຜ່ານການສືບສວນ-ສອບສວນ ຜູ້ກ່ຽວໄດ້ໃຫ້ການຕໍ່ເຈົ້າໜ້າວ່າ ເຄື່ອງດັ່ງກ່າວແມ່ນຂອງທ້າວ ໄຊສົງທໍ່ ອາຍຸ 40 ປີ ອາຊີບ ນັກທຸລະກິດ ຢູ່ບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍແຂວງບໍ່ແກ້ວ ຫຼັງຈາກນັ້ນທາງເຈົ້າໜ້າທີ່ ວິຊາສະເພາະ ຈຶ່ງປະສານສົມທົບກັບພາກສ່ວນທີ່ກ່ຽວຂອງ ເຂົ້າກວດຄົ້ນ ເຮືອນຂອງທ້າວທອງໄຊທໍ່ ຜ່ານການກວດຄົ້ນໄດ້ພົບເຫັນ ຢາເສບຕິດ ປະເພດຢາບ້າ 4 ຖົງໃຫຍ່ ນ້ຳໜັກ 45.5 kg,ແປ້ງຝຸ່ນສີແດງ ຈຳນວນ 21 ຖົງໃຫຍ່ ນ້ຳໜັກ 159 kg, ແປ້ງຝຸ່ນສີຂາວ 20 kg, ແປ້ງຝຸ່ນສີຟ້າ 2ຖົງນ້ອຍ ຈຳນວນ 300 g, ນຳຢາເຄມີ 1 ຕຸກໃຫຍ່ 3 ຕຸກນ້ອຍນ້ຳໜັກ 10 kg , ຢ້າບ້າເມັດສີຂຽວ2 ຖົງໃຫຍ່ ນ້ຳໜັກ 2 kg, ຢາບ້າເມັດສີຂາວ ຈຳນວນ 1 ຖົງນ້ອຍ ນ້ຳໜັກ 200 g ເຄື່ອງອັດຢາເສບຕິດຈຳນວນ 1 ເຄື່ອງ, ອາວຸດເສີກ ປະເພດປືນ AK 47 ຈຳນວນ 1 ກະບອກ, ປືນ 9 ມມ ຈຳນວນ 1ກະບອກ ພ້ອມລູກປືນ, ພົບເຫັນຕູ້ເຊັບຈຳນວນ 5 ໜ່ວຍພາຍໃນຕູ້ມີ ວັດຖຸຄ້າຍຄືຄຳ-ເງີນອີກຈຳນວນໜື່ງ ດັ່ງນັ້ນ ທາງເຈົ້າໜ້າທີ່ຂອງພວກເຮົາຈຶ່ງໄດ້ຢຶດ ແລະ ອາຍັດ ເຄື່ອງຈຳນວນດັ່ງກ່າວ ເກັບຮັກສາໄວ້ເປັນຂອງກາງ ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງບໍ່ແກ້ວ ພວມດຳເນີນສືບ-ສວນສອບສວນຂະຫຍາຍຜົນຫາກຸ່ມແກ້ງຕໍ່ໄປ.
ຂ່າວ: ປກສ ແຂວງບໍ່ແກ້ວ


