ວັນທີ 10 ພຶດສະພາ 2021, ກອງບັນ ຊາການ ປກສ ແຂວງສະຫວັນນະເຂດ ປະຕິບັດວິໄນ ນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນະເຂດ, ເປັນປະທານໂດຍ ພັນເອກ ສົມໝາຍພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ແຂວງ, ພ້ອມດ້ວຍ ປກສ ເມືອງ ສອງຄອນ ແລະບັນດາຫ້ອງອ້ອມຂ້າງເຂົ້າຮ່ວມ.
ພັນໂທ ຄໍາຜາຍ ຄູນລາດສຸວັນນະວົງ ຫົວໜ້າຫ້ອງ ການເມືອງ ປກສ ແຂວງສະຫວັນນະເຂດ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 825/ປກສ,ລົງວັນ ທີ 7 ພຶດສະພາ 2021 ວ່າດ້ວຍການປະຕິບັດ ວິໄນ ນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ; ດັ່ງນີ້, ລັດຖະມົນຕີກະ ຊວງປ້ອງກັນຄວາມສະຫງົບ ຕົກລົງປະຕິບັດວິໄນ ຮ້ອຍເອກ ພູໃສ ສີສະຫວັນ ອາຍຸ 34 ປີ, ໜ້າທີ່ຮັບຜິດ ຊອບວິຊາການສັງກັດຢູ່ຫ້ອງການ ຂຶ້ນກັບກອງບັນ ຊາການ ປກສ ແຂວງສະຫວັນນະເຂດ, ເຫດຜົນຍ້ອນມີການລະເມີດລະບຽບກົດໝາຍ ວ່າດ້ວຍກໍາລັງ ປກສ ພາກທີ V ມາດຕາ 39 ຂໍ້ 01 ແລະ ຂໍ້ຫ້າມ ນາຍ ແລະ ພົນຕໍາຫຼວດ ມາດຕາ 06 ຂໍ້ 5 ຫ້າມເມີນເສີຍ ແລະ ປ່ອຍປະລະເລີຍໃຫ້ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ ເຂົ້າມາເຄື່ອນໄຫວດຳ ລົງ ຊີວິດ, ລີ້ຊ້ອນ, ພັກເຊົ່າ, ລັກລອບປະກອບອາ ຊີບ ແລະ ຮູບການອື່ນ ໂດຍບໍ່ໄດ້ຮັບອານຸຍາດ ໃນພື້ນທີ່ຂອງຕົນຮັບຜິດຊອບ, ຜູ້ກ່ຽວ ມີ ການພົວພັນກັບຄົນຕ່າງປະເທດ ໂດຍບໍ່ຖືກກົດໝາຍ ເຊິ່ງເປັນສາເຫດໃຫ້ມີການແພ່ລະບາດ ເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ໃນປັດຈຸບັນ, ຜິດຕໍ່ປະມວນ ກົດໝາຍອາຍາ ມາດຕາ 141, 244 ຜູ້ກ່ຽວພົວພັນ ການຫຼິ້ນການພະນັນເຖື່ອນ, ພົວພັນຊື້-ຂາຍຊັບຜິດກົດໝາຍ (ຄ້າ-ຂາຍເຖື່ອນ).
ຈາກນັ້ນ, ກໍໄດ້ຜ້ານຂໍ້ຕົກລົງ ຂອງກົມໃຫຍ່ການ ເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 1375/ກມປສ, ລົງວັນທີ 7 ພຶດສະ ພາ 2021 ວ່າດ້ວຍການປະຕິບັດ ວິໄນ ນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາ ການ ປກສ ເມືອງສອງຄອນ ແຂວງສະ ຫວັນນະເຂດ;ກົມໃຫຍ່ການເມືອງປ້ອງ ກັນຄວາມສະຫງົບ ຕົກລົງ ປະຕິບັດວິໄນ ຮ້ອຍໂທ ສອນອາໄລ ໂພທິລາດ ອາຍຸ 33 ປີ, ໜ້າທີ່ຮັບຜິດ ຊອບວິຊາການ ສັງກັດຢູ່ ກອງບັນຊາການ ປກສ ເມຶອງສອງຄອນ ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ, ເຫດຜົນ: ຍ້ອນມີການກະທໍາຜິດຕໍ່ລະບຽບກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ ພາກທີ V ມາດຕາ 39 ຂໍ້ 08 ແລະ ປະມວນກົດ ໝາຍອາຍາ ມາດຕາ 141, 244 ຜູ້ກ່ຽວສວຍໃຊ້ຖານະຕໍາແໜ່ງສິດອໍານາດໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ, ພົວພັນກຸ່ມແກ້ງຄ້າຂາຍຢາເສບຕິດ,ຫຼິ້ນການພະ ນັນເຖື່ອນ, ຄ້າ- ຂາຍເຖື່ອນ ແລະ ຂາດສະຕິຕໍ່ການຈັດຕັ້ງ, ມີການພົວພັນກັບຄົນຕ່າງປະເທດໂດຍບໍ່ຖືກກົດໝາຍ ເຊິ່ງເປັນສາເຫດໃຫ້ມີການແພ່ລະບາດ ເຊື້ອພະຍາດໂຄວິດ-19 ຢູ່ສປປ ລາວໃນປັດຈຸບັນ.
ມາດຕາ 2 ປະຕິບັດວິໄນ ຮ້ອຍເອກ ພູໃສ ສີສະຫວັນ ແລະ ຮທ ສອນອາໄລ ໂພທິລາດ ອອກຈາກກໍາລັງປ້ອງກັນຄວາມສະຫງົບ ໂດຍບໍ່ໄດ້ຮັບອຸດໜູນ,ນະ ໂຍບາຍໃດໆ.
ມາດຕາ 3 ກອງບັນຊາການ ປກສ ແຂວງສະ ຫວັນນະເຂດ ຕ້ອງເກັບກູ້ຊັ້ນ, ເຄື່ອງແບບ, ໝວກ, ອາວຸດ ແລະ ເຄື່ອງໝາຍຕ່າງໆຂອງກໍາລັງປ້ອງກັນ ຄວາມສະຫງົບ ນໍາຜູ້ກ່ຽວ ເພື່ອສົ່ງຄືນໃຫ້ການຈັດ ຕັ້ງທີ່ກ່ຽວຂ້ອງ, ຜູ້ທີ່ຖືກປະຕິບັດວິໄນຈົ່ງຮັບຮູ້ແລະ ປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງຖືກຕ້ອງເຂັ້ມ ງວດ, ພາຍໃນ 30 ວັນ ແລ້ວລາຍງານຄື້ນໃຫ້ ກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຮັບຊາບ.
ພາບ-ຂ່າວ: ປກສ ແຂວງສະຫວັນນະເຂດ
Loading...