ການປະກວດໂຄມເຮືອໄຟບົກ ປະຈຳປີ 2022 ໄດ້ຈັດຂຶ້ນ ໃນວັນທີ 6 ຕຸລາ 2022 ນີ້ ທີ່ວັດໃໝ່ ສຸວັນນະພູມາຣາມ ນະ ຄອນຫລວງພະບາງ ເຊິ່ງເປັນ ການປະກວດຜົນ ງານສີມືຈາກພຣະສົງສາມະເນນ ໃນແຕ່ລະວັດ ທີ່ສືບ ສານກັນມາແຕ່ບູຮານ ຈົນກາຍເປັນສິລະປະຄູ່ເມືອງ ຫລວງພະບາງ ເມືອງມໍລະດົກໂລກ ເຊິ່ງພະສົງສາມະເນນ ໄດ້ຊ່ວຍກັນປະດິດຄິດແຕ່ງໂຄມ ເຮືອໄຟຂຶ້ນ ເພື່ອປະກອບສ່ວນໃນການເປັນເຄື່ອງຖວາຍພຸດທະບູຊາ ໃນ ບຸນອອກພັນສາປະວໍຣະນາໄຫລເຮືອໄຟທີ່ຫລວງພະບາງ ໃຫ້ກາຍເປັນສິລະ ປະຄູ່ບ້ານຄູ່ເມືອງ ມໍລະດົກໂລກແຫ່ງນີ້.
ສຳລັບບັນຍາກາດຂອງງານແມ່ນຄຶກຄື້ນມ່ວນຊື່ນ ເຊິ່ງມວນຊົນທັງພາຍ ໃນ ແລະ ນັກທ່ອງທ່ຽວຕ່າງປະເທດ ໄດ້ເລາະຊົມ ແລະ ຖ່າຍຮູບ ບັນດາ ໂຄມເຮືອໄຟບົກ 12 ລຳ ທີ່ຕັ້ງຢູ່ລານວັດໃໝ່ ເຊິ່ງງານຄັ້ງນີ້ ນອກຈາກ ເປັນການອານຸລັກຮັກສາປະ ເພນີ ແລະ ວັດທະນະທຳແລ້ວ ຍັງເປັນການ ດຶງດູດ ມວນຊົນມາທ່ຽວຫລວງພະບາງຫລາຍຂຶ້ນ ທັງເປັນການເສີມຂະ ຫຍາຍ ແລະ ກະຕຸກຊຸກຍູ້ສົ່ງເສີມການທ່ອງທ່ຽວແບບຍືນຍົງ.
ຜົນການແຂ່ງຂັນປາກົດວ່າ: ອັນດັບທີ 1 ໄດ້ແກ່ ເຮືອໄຟຂອງວັດໃໝ່, ອັນ ດັບທີ 2 ໄດ້ແກ່ ເຮືອໄຟຂອງວັດຫໍສ່ຽງ ແລະ ອັນດັບທີ 3 ໄດ້ແກ່ ເຮືອໄຟ ຂອງວັດຊຽງທອງ, ເຮືອໄຟວັດທາດ ແລະ ເຮືອໄຟວັດຈູມຄ້ອງ.
May be an image of 3 people
May be an image of outdoors
No photo description available.
May be an image of 4 people and outdoors
May be an image of 1 person
May be an image of fire
Loading...