ພິທີປະກາດກົງຈັກການຈັດຕັ້ງ ແລະແຕ່ງຕັ້ງຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ແຂວງຫຼວງພະບາງຜູ້ໃໝ່ ໄດ້ຈັດຂຶ້ນ ໃນວັນທີ 3 ພຶດສະພາ 2023 ນີ້ ທີ່ຫ້ອງປະຊຸມ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ, ມີ ທ່ານ ສຸກັນ ບຸນຍົງ ປະທານແນວລາວສ້າງຊາດແຂວງ, ພ້ອມດ້ວຍແຂກຮັບເຊີນ ແລະພະນັກງານລັດຖະກອນພາຍໃນພະແນກ ແລະຫ້ອງການມໍລະດົກ ເຂົ້າຮ່ວມ. ໃນພິທີແມ່ນໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດ ໂຮມການຈັດຕັ້ງຂອງຫ້ອງການມໍລະດົກຫຼວງພະບາງ ເປັນຂະແໜງການໜຶ່ງຂຶ້ນກັບພະແນກ ຖວທ, ຈາກນັ້ນ ໄດ້ປະກາດການແຕ່ງຕັ້ງ ທ່ານ ວົງດາວອນ ວົງໄຊຍະລາດ ເປັນຮອງຫົວໜ້າພະແນກ ຖວທ ເພີ່ມເຕີມ, ພ້ອມທັງຜ່ານຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງພະແນກ ຖວທ ປັດຈຸບັນໂຄງປະກອບກົງຈັກການຈັດຕັ້ງ ລວມມີ 7 ຂະແໜງການ ຄຶ: ຂະແໜງບໍລິຫານ, ຖະແຫຼງຂ່າວ, ວັດທະນະທຳ, ຄຸ້ມຄອງການທ່ອງທ່ຽວ, ພັດທະນາການທ່ອງທ່ຽວ, ໂຄສະນາການທ່ອງທ່ຽວ ແລະຂະແໜງການຄຸ້ມຄອງມໍລະດົກ ແລະອີກ 3 ກອງວິຊາການຄື: ວິທະຍຸ-ໂທລະພາບ, ຫໍພິພິທະພັນແຫ່ງຊາດຫຼວງພະບາງ ແລະກອງສິລະປະກອນແຂວງ. ພ້ອມດຽວກັນນີ້ ໄດ້ດໍາເນີນການທາບທາມຫາງສຽງຕໍາແໜ່ງ ຂັ້ນຫົວໜ້າຂະແໜງຄື: ຂະແໜງວັດທະນະທຳ, ຂະແໜງບໍລິຫານ ແລະຂະແໜງການຄຸ້ມຄອງມໍລະດົກ ທີ່ມີການຍຸບ-ໂຮມເຂົ້າກັນ, ທັງໝົດນີ້ແມ່ນການຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ-ກົດໝາຍ ແລະລະບຽບການຂອງລັດ ໂດຍສະເພາະການປັບປຸງກົງຈັກການຈັດຕັ້ງ ການຄົ້ນຄວ້າຍຸບ-ໂຮມຫຼາຍຂະແໜງ, ຫຼາຍກອງວິຊາການເຂົ້າກັນ, ເພື່ອເຮັດໃຫ້ວຽກງານມີຄວາມສະດວກ ແລະຫັດກຸມຫຼາຍກວ່າເກົ່າ. ໂອກາດນີ້ ທ່ານ ສຸກັນ ບຸນຍົງ ໄດ້ເນັ້ນໜັກໃຫ້ຮອງຫົວໜ້າພະແນກ ຖວທ ຜູ່ໃໝ່ ຈົ່ງຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເປັນແບບຢ່າງນໍາໜ້າ, ເຮັດໃຫ້ພະນັກງານມີຄວາມເຊື່ອໝັ້ນ, ເພີ່ມທະວີເອົາໃຈໃສ່ ຕໍ່ແບບແຜນວິທີການນຳພາວຽກງານວິຊາສະເພາະ, ສືບຕໍ່ເສີມຂະ ຫຍາຍວຽກງານທີ່ຕົນຮັບຜິດຊອບ ໃຫ້ຖືກຕ້ອງຕາມລະບຽບຂອງການຈັດຕັ້ງວາງອອກຢ່າງເຂັ້ມງວດ.
ພາບ-ຂ່າວ: ດາວອນ ມະນີວັນ
Loading...