ສະຫາຍ ພັນເອກ ຄໍາຫຼ້າ ສິມມະວົງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານອາກາດໄດ້ຂື້ນຜ່ານມະຕິຕົກລົງ ແລະ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ, ກົມໃຫ່ຍການເມືອງກອງທັບ ແລະ ກອງບັນຊາການທະຫານອາກາດ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ ມີຄື: ບົ່ງຕົວແຕ່ຕັ້ງ ສະຫາຍ ພັນເອກ ຄໍາມ້າວ ວໍລະເດດ ຫົວໜ້າຫ້ອງເສນາທິການ ກທອ ເປັນກໍາມະການຄະນະພັກ ກອງບັນຊາການທະຫານອາກາດ (ປ່ຽນແທນ ສະຫາຍ ພັນໂທ ແສງຖະໜອມ ບຸດຕະລາດ ພັກການກຽມຮັບເບ້ຍບໍານານ), ແຕ່ງຕັ້ງ ສະຫາຍ ພັນໂທ ຫຸມແພງ ປັນຍາສະຫັວດ ເປັນຫົວໜ້າຫ້ອງການ ກທອ, ແຕ່ງຕັ້ງ ສະຫາຍ ພັນໂທ ສຸລິວົງ ໂຄດໂຍທາ ເປັນຮອງຫົວໜ້າຫ້ອງການ, ແຕ່ງຕັ້ງ ສະຫາຍ ພັນໂທ ຄໍາຕາ ຕີ່ງສະຫັວນ ເປັນຫົວໜ້າພະແນກສື່ສານ, ແຕ່ງຕັ້ງ ສະຫາຍ ພັນໂທ ບຸນພໍ ອຸດທະຈັກ ເປັນຫົວໜ້າພະແນກຍຸດທະສາດການບິນ, ແຕ່ງຕັ້ງ ສະຫາຍ ພັນໂທ ລຸນທອງ ຍອດອາລຸນ ເປັນຫົວໜ້າ ພະແນກບັນຊາການບິນ, ແຕ່ງຕັ້ງ ສະຫາຍ ພັນຕີ ອາລຸນສະຫັວດ ພູນສະຫັວດ ເປັນຫົວໜ້າ ພະແນກພົວພັນຮ່ວມມື ແລະ ພິທີການ, ແຕ່ງຕັ້ງ ສະຫາຍ ພັນໂທ ບົວໄລ ໄຊຍະວົງ ເປັນຫົວໜ້າ ພະແນກຄົ້ນຄ້ວາ-ສັງລວມ, ຍົກຍ້າຍ ສະຫາຍ ພັນໂທ ທອງໃສ ຈ່າທໍ່ຊົງ ຫົວໜ້າຂະແໜງອຸຕຸນິຍົມການບິນ ກອງພັນໃຫ່ຍ 703 ໄປໃຫ້ກອງບັນຊາການທະຫານອາກາດ, ແຕ່ງຕັ້ງ ສະຫາຍ ພັນໂທ ດາວອ່ອນ ເລື່ອນວິໄລວົງ ເປັນຮອງຫົວໜ້າພະແນກຫົວຈັກ-ລໍາຕົວ, ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ຕູ່ ອຸນທາລະຂິນ ເປັນຮອງຫົວໜ້າພະແນກແຜນການ ແລະ ອົບຮົມເຕັກນິກ, ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ວິໄລສັກ ແສງດວງຈັນ ເປັນຮອງຫົວໜ້າພະແນກຫ້ອງທົດລອງ-ຫ້ອງວິໃຈ, ແຕ່ງຕັ້ງ ສະຫາຍ ຮ້ອຍໂທ ທັນວາ ລາຊາກຸນວັນເພັງ ເປັນຮອງຫົວໜ້າພະແນກສາງອຸປະກອນ, ແຕ່ງຕັ້ງ ສະຫາຍ ພັນຕີ ແສງສຸພອນ ໄຊຍະວົງ ເປັນ ຮອງຫົວໜ້າພະແນກເສນາທິການ ຂອງກອງພັນໃຫ່ຍ 703, ແຕ່ງຕັ້ງ ສະຫາຍ ພັນຕີ ພູທອນ ພົນວິໄລ ເປັນຮອງຫົວໜ້າພະແນກອົບຮົມການບິນ ກອງພັນໃຫ່ຍ 703, ແຕ່ງຕັ້ງ ສະຫາຍ ພັນໂທ ໄໝ ອິນທະວົງ ເປັນຫົວໜ້າຂະແໜງປະກັນສັງຄົມ ພະແນກການເມືອງ ກອງພັນໃຫ່ຍ 703, ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ສຸລິໂຍ ປັດທຸມສຸກ ເປັນຫົວໜ້າຂະແໜງສັງລວມ ພະແນກເສນາທິການ ກອງພັນໃຫ່ຍ 703, ແລະ ປະກາດແຕ່ງຕັ້ງພະນັກງານຄຸ້ມຄອງການເງິນຂອງແຕ່ລະຫ້ອງທີ່ຂື້ນກັບກອງບັນຊາການທະຫານອາກາດຕື່ມອີກ. ໂອກາດນີ້ ສະຫາຍຜູ້ບັນຊາການທະຫານອາກາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງພ້ອມກັນເປັນເຈົ້າການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບການມອບໝາຍ, ກໍາແໜ້ນບັນດາພາລະບົດບາດ, ທີ່ຕັ້ງ, ສິດ ແລະ ຂອບເຂດຂອງຕົນໃຫ້ໜັກແໜ້ນ, ເອົາໃຈໃສ່ຊອກຮູ້ຮໍ່າຮຽນ, ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ສູງກ່ວາເກົ່າ, ເຮັດວຽກເປັນໝູ່ ຄະນະ ພ້ອມກັນເຮັດສໍາເລັດໜ້າທີ່ຕາມການມອບໝາຍໃຫ້ສໍາເລັດໜ້າທີ່ການເມືອງຂອງຕົນ.
Loading...