ໃນຊ່ວງມໍ່ໆມານີ້, ລາຍຊື່ຜູ້ໄດ້ຮັບລາງວັນ “ງານແຂ່ງຂັນການອອກແບບສາກົນວ່າດ້ວຍການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງປີ 2022” ໄດ້ປະກາດຢ່າງເປັນທາງການ
ງານແຂ່ງຂັນການອອກແບບສາກົນວ່າດ້ວຍການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເປັນງານແຂ່ງຂັນການອອກແບບລະດັບສາກົນທີ່ສະໜັບສະໜຸນໂດຍກອງທຶນສະເພາະແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງກະຊວງການຕ່າງປະເທດຈີນ ແລະ ຮ່ວມຈັດຕັ້ງປະຕິບັດໂດຍອົງກອນຕ່າງໆເຊັ່ນ: ສູນຈັດພິມຈັດຈໍາໜ່າຍໜັງສືຕ່າງປະເທດແຫ່ງປະເທດຈີນ(ສູນພັດທະນາການເຜີຍ ແຜ່ສາກົນ), ອົງການຮ່ວມມືດ້ານໄມ້ໄຜ່ ແລະ ຫວາຍສາກົນ(INBAR), ວິທະຍາ ຄານສິລະປະສູນກາງ, ມະຫາວິທະຍາໄລຢຸນນານ, ສູນເຜີຍແຜ່ສາກົນພາກພື້ນອາຊີໃຕ້-ອາຊີອາຄະເນແຂວງຢຸນນານ ແລະ ມະຫາວິທະຍາໄລກຸງເທບປະເທດໄທ, ມະຫາວິທະຍາໄລແຫ່ງຊາດລາວ, ມະຫາວິທະຍາໄລລາດຊະພະນົມເປັນປະເທດກໍາປູເຈຍ ແລະ ອື່ນໆ, ປັດຈຸບັນໄດ້ພັດທະນາກາຍເປັນກິດຈະກໍາສິລະປະລັກສະນະສາກົນທີ່ຄ້ອນຂ້າງມີອິດທິພົນສູງໃນພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.
ງານແຂ່ງຂັນຄັ້ງນີ້ປະກອບມີ 2 ພາກສ່ວນຄື: ການອອກແບບໂພສເຕີ, ການສານໄມ້ໄຜ່ ແລະ ຫວາຍ, ຜົນງານທີ່ເຂົ້າຮ່ວມການແຂ່ງຂັນແມ່ນມາຈາກ 6 ປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ລວມທັງໝົດເຖິງ 1000 ຜົນງານ. ໂດຍຜ່ານການຄັດເລືອກ, ຜົນງານລາງວັນທີໜຶ່ງມີ 2 ລາຍການ, ລາງວັນທີສອງມີ 10 ລາຍ ການ, ລາງວັນທີສາມມີ 20 ລາຍການ, ຜົນງານດີເດັ່ນມີ 60 ລາຍການ. ລາຍລະອຽດຂອງລາຍຊື່ທີ່ໄດ້ຮັບລາງວັນສາມາດເຂົ້າເບິ່ງໃນເວັບໄຊ້ທາງການຂອງງານແຂ່ງຂັນ(www.lmcda.org.cn) ແລະ ບັນຊີທາງການວິແຊັດ ເພື່ອເບິ່ງຂໍ້ມູນທີ່ກ່ຽວຂ້ອງ.
ແຫຼ່ງທີ່ມາ: ໜັງສືພິມລາຍວັນກວງມິງ

