
ພິທີປະກາດ ອະໄພຍະໂທດ, ຜ່ອນໂທດ ແລະປ່ອຍຕົວນັກ ໂທດ ພາຍໃນແຂວງຫຼວງພະບາງ ປະຈຳປີ 2021 ໂອກາດວັນຊາດ ວັນທີ 2 ທັນວາຄົບຮອບ 46 ປີ ໄດ້ຈັດຂື້ນໃນວັນທີ 13 ທັນວາ 2021 ນີ້ ທີ່ ຄ້າຍຄຸມຂັ່ງຜູ້ຖືກໂທດ ແຂວງຫຼວງພະບາງ ໂດຍເປັນປະທານຂອງ ທ່ານ ຊົງຊົວ ຊື່ນູ ຮັກສາການຫົວໜ້າອົງການໄອຍະການປະຊາຊົນແຂວງຫຼວງພະບາງ, ຮອງປະທານຄະນະກຳມະການ ອະໄພຍະໂທດຂັ້ນແຂວງ, ມີ ພັນໂທ ສົມບູນ ທະນາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະກຳມະ ການອະໄພຍະໂທດຂັ້ນແຂວງ, ຂະແໜງການກ່ຽວຂ້ອງ ຕະຫຼອດຮອດນັກໂທດ ຜູ້ທີໄດ້ຮັບການອະໄພຍະໂທດເຂົ້າຮ່ວມ. ການອະໄພຍະໂທດ ຂອງຄະນະກຳ ມະການອະໄພຍະໂທດ ຂັ້ນແຂວງຫຼວງພະບາງ, ໄດ້ດໍາເນີນໄປຕາມຂັ້ນຕອນ, ລະບຽບການ ແລະເປັນໝູ່ຄະນະ, ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທຳ ຊຶ່ງເລີ້ມແຕ່ຂັ້ນຕອນຂອງການຄົ້ນຄ້ວາຄັດເລືອກ ໄຈ້ແຍກຜູ້ທີ່ກ້າວ ໜ້າ ແລະການຄົ້ນຄ້ວາຕົກລົງ ນໍາສະເໜີບັນຊີລາຍຊື່ນັກໂທດ ທີ່ເຫັນວ່າມີເງື່ອນໄຂ ຜ່ານການຄົ້ນຄ້ວາ ໄດ້ມີນັກໂທດ ທີ່ໄດ້ຮັບການອະໄພຍະໂທດ ຜ່ອນໂທດ ແລະປ່ອຍຕົວຕາມລັດຖະດໍາລັດຂອງປະທານປະເທດ ໃນປີ 2021 ຈໍານວນ 92 ຄົນ, ຍິງ 13 ຄົນ, ໃນນັ້ນ ມີນັກໂທດທີ່ໄດ້ເງື່ອນໄຂລຸດຜ່ອນໂທດ ຈຳນວນ 89 ຄົນ, ຍິງ 13 ຄົນ, ເປັນນັກໂທດຂໍ້ຫາຢາເສບຕິດ 75 ຄົນ, ຍິງ 8 ຄົນ ໄດ້ຮັບການຜ່ອນໂທດ 9 ເດືອນ, ນັກໂທດທີຖຶກສານຕັດສິນ ຕັດອິດ ສະລະພາບຕະຫຼອດຊີວິດ 06 ຄົນ ໃຫ້ສືບຕໍ່ປະຕິບັດໂທດ 20 ປີ ແລະນັກໂທດຂໍ້ຫາທົ່ວໄປ 14 ຄົນ ຍີງ 5 ຄົນ ໄດ້ຫຼຸດຜ່ອນໂທດໂທດ 1 ປີ, ສ່ວນນັກໂທດທີ່ໄດ້ເງື່ອນໄຂປ່ອຍຕົວ ມີຈໍານວນ 03 ຄົນ.

ການປະກາດອະໄພຍະໂທດ, ຜ່ອນໂທດ ແລະປ່ອຍຕົວນັກ ໂທດ ພາຍໃນແຂວງຫຼວງພະບາງ ປະຈໍາປີ 2021 ຄະນະກໍາມະການອະໄພຍະໂທດ ໄດ້ເກັບຄ່າປັບໃໝ ແລະຄ່າເສັຍຫາຍ ທີ່ນັກໂທດຊຳລະໃນຂັ້ນຄົ້ນຄວ້າ-ສະເໜີ ໃຫ້ອະໄພຍະໂທດປະຈຳປີ 2021 ມີຄ່າເສັຍຫາຍທາງແພ່ງ 23.425.000 ກີບ-ຄ່າປັບໃໝທາງອາຍາ 238.840.000 ກີບ.

ຂ່າວ: ອຸ່ນເຮືອນ ສີລັດຕະນະ