ວັນທີ 9 ກັນຍາ 2022 ຕະຫຼາດມະໂນລັກ ໄດ້ຮັບໃບຢັ້ງຢືນຕະຫຼາດມາດຕະຖານແຫ່ງທີ່ 1 ຂອງແຂວງຫຼວງພະບາງ ເຊີ່ງພິທີມອບ-ຮັບໃບຢັ້ງຢືນ ໄດ້ຈັດຂຶ້ນພາຍ ໃນຕະຫຼາດມະໂນລັກ ບ້ານດອນໃໝ່ ນະຄອນຫຼວງພະບາງ ມີ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ, ມີ ທ່ານ ພູວຽງ ພົງສາ ຫົວໜ້າການຄ້າພາຍ ໃນກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍຜູ້ຕາງໜ້າພະແນກການກ່ຽວ ຂ້ອງ ແລະພາກສ່ວນທຸລະກິດ ເຂົ້າຮ່ວມ.


ພິທີ ທ່ານ ນາງ ຄຳຫຼ້າ ຮຸ່ງອາລຸນ ປະທານບໍລິສັດມະໂນລັກກຼຸບ ໄດ້ຜ່ານບົດສະຫຼຸບຫຍໍ້ ກ່ຽວກັບປະຫວັດຄວາມເປັນມາຂອງຕະຫຼາດມະໂນລັກ ແລະການປະຕິບັດ ບັນດາມາດຕະຖານ ຈົນເຮັດໃຫ້ຕະຫຼາດມະໂນລັກ ໄດ້ຮັບຮອງ ແລະປະກາດ ຕະ ຫຼາດມະໂນລັກ ເປັນຕະຫຼາດມາດຕະ ຖານແຫ່ງທຳອິດຂອງແຂວງຫຼວງພະບາງ, ປະທານບໍລິສັດມະໂນລັກກຼຸບ ໄດ້ໃຫ້ຮູ້ວ່າ: ຕະຫຼາດມະໂນລັກ ໄດ້ລິເລີ້ມການກໍ່ສ້າງ ໃນຄັ້ງວັນທີ 9 ກັນຍາ ປີ 2009 ໃນນັ້ນ ມີອາຄານໃຫຍ່ 4 ຫຼັງ, ລວມມີຫ້ອງຂາຍເຄື່ອງ 208 ຫ້ອງ, ແຕ່ລະຫ້ອງມີຄວາມກວ້າງ 5 ແມັດ, ຍາວ 7 ແມັດ, ມີທາງຍ່າງພາຍໃນກວ້າງ 4 ແມັດ, ສາມາດເຂົ້າ-ອອກໄດ້ງ່າຍ ແລະປະກອບລະບົບປ້ອງກັນອັກຄີໄພ ຫຼາຍຈຸດ, ພາຍໃນຕະ ຫຼາດມີການຮັກສາຄວາມສະອາດ, ຮັກສາສິ່ງແວດລ້ອມ ດ້ວຍການປູກຕົ້ນໄມ້ສີ ຂຽວອ້ອມຮອບອາຄານ, ມີການຈັດສັນບັນດາຮ້ານຂາຍເຄື່ອງຢ່າງເປັນລະບົບ ເປັນຕົ້ນ ສິນຄ້າປະເພດເສື້ອຜ້າ ແລະອຸປະກອບເຄື່ອງໃຊ້ສອຍ ລວມເຖີງເຄື່ອງອຸປະໂພກ, ເຄື່ອງບໍລິໂພກ ປະເພດອາ ຫານແຫ້ງ-ອາຫານສົດ ແລະພືດຜັກ ເປັນຕົ້ນ. ໂອກາດນີ້ ຕາງໜ້າພະແນກອຸດສາ ຫະກຳ ແລະ ການຄ້າແຂວງ ໄດ້ຜ່ານບົດລາຍງານຫຍໍ້ ໃນການປະເມີນວ່າ: ຜ່ານການລົງປະເມີນໃນແຕລະໄລຍະ ໄດ້ມີ ການແນະນຳບາງຂໍ້ຄົງຄ້າງເພື່ອປັບປຸງແກ້ໄຂຕາມເງື່ອນໄຂ ແລະເຫັນວ່າ ຄະນະຮັບຜິດຊອບຕະຫຼາດມະໂນລັກ ໄດ້ເອົາ ໃຈໃສ່ຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ມີຄຸນນະພາບດີ ແລະສາມາດບັນລຸຕາມມາດຖານເງື່ອນໄຂ ໄດ້ເປັນຢ່າງດີ. ຈາກນັ້ນ ມີການມອບຢັ້ງຢືນ ຮັບຮອງຕະຫຼາດມະໂນລັກ ເປັນຕະຫຼາດມາດຕະຖານ ແຫ່ງທຳອິດຂອງແຂວງຫຼວງພະບາງຢ່າງສົມກຽດ ໂດຍການກ່າວມອບຂອງ ທ່ານ ພູວຽງ ພົງສາ ຫົວໜ້າການຄ້າພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍການນຳ ຂັ້ນແຂວງ ແລະ ນະ ຄອນຫຼວງພະບາງ ພ້ອມດ້ວຍບັນດາແຂກທີ່ເຂົ້າຮ່ວມເປັນສັກຂີຄັ້ງນີ້.


ພາບ+ຂ່າວໂດຍ: ສົມພອນ ວິໄລຜົນ