ພິທີປະກາດການເລື່ອນຊັ້ນໃຫ້ການນໍາຂັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກ 2021 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ, ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຕາງໜ້າຄະນະຈັດຕັ້ງສູນກາງພັກ, ການນຳກະຊວງປ້ອງກັນຄວາມສະຫງົບ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານນາງ ພຸດສະດີ ທະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດໍາລັດ ຂອງປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ຊັ້ນ ພົນເອກ ແລະ ພົນໂທ; ໃນນີ້ ເລື່ອນຊັ້ນ ພົນໂທ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງ ປກສ ຂຶ້ນເປັນຊັ້ນ ພົນເອກ ແລະ ເລື່ອນຊັ້ນ ພົນຕີ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ ຂຶ້ນເປັນຊັ້ນ ພົນໂທ; ໃຫ້ກຽດປະດັບຊັ້ນໂດຍທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ.
ໂອກາດດັ່ງກ່າວທ່ານ ພັນຄໍາ ວິພາວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບບັນດາທ່ານທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຕີບໃຫຍ່ເຂັ້ມແຂງຂອງກຳລັງປ້ອງກັນຄວາມສະຫົງບປະຊາຊົນ, ທ່ານຍັງໄດ້ໃຫ້ທິດຊີ້ນຳໃຫ້ການນຳກະຊວງປ້ອງກັນຄວາມສະຫງົບເອົາໃຈໃສ່ເພີ່ມທະວີການຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ- ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ນອກຈາກການປະຕິບັດວຽກງານວິຊາສະເພາະແລ້ວ ແມ່ນສຸມໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ບັນລຸຄາດໝາຍທີ່ວາງໄວ້, ສືບຕໍ່ນໍາເອົາເນື້ອໃນຈິດໃຈບັນດາມະຕິຂອງສູນກາງພັກ, ຄະນະກຳມະການປ້ອງກັນຊາດ- ປ້ອງກັນຄວາມສະຫງົບຂັ້ນສູນກາງຫັນມາເປັນມະຕິ, ແຜນງານ ແລະ ໂຄງການຕົວຈິງ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດໃຫ້ສອດຄ່ອງກັບໜ້າທີ່ການເມືອງ, ສູ້ຊົນປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕ້ອງດຳເນີນການກວດກາໃຫ້ເປັນປົກກະຕິ ເຂັ້ມງວດຕາມຫຼັກການ ແລະ ຕາມທັດສະນະຂອງພັກ, ເອົາໃຈໃສ່ສູ້ຊົນສ້າງພະລາທິການກັບທີ່ຕາມເງື່ອນ ໄຂ, ຄວາມສາມາດ ແລະ ທ່າແຮງທີ່ບົ່ມຊ້ອນຂອງກົມກອງ ແລະ ເອົາໃຈໃສ່ປະ ຕິບັດຖືກຕ້ອງຕາມມະຕິຂອງພັກ ກ່ຽວກັບການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ກໍຄືພົວພັນຮ່ວມມືກັບບັນດາປະເທດໃກ້ຄຽງ ເພື່ອແກ້ໄຂຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ປາກົດການຕ່າງໆຕາມແນວຊາຍແດນ.





