ໃນວັນທີ 23 ມີນາ 2023 ນີ້ ຢູ່ທີ່ ຫ້ອງປະຊຸມໃຫຍ່ຫ້ອງວ່າການປົກຄອງແຂວງໄຊສົມບູນ ໄດ້ຈັດພິທີ ແຕ່ງຕັ້ງຫົວໜ້າອົງການກາແດງແຂວງໄຊສົມບູນ ຄົນໃໝ່ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງໄຊສົມບູນ, ທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ບຸນຖະໜອມ ສິດທິນໍລາດ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າແຂວງ ໄຊສົມບູນ ເຫັນດີໃຫ້ທ່ານ ດຣ ຄຳປານ ເພັດວົງສາ ຫົວອົງການກາແດງແຂວງໄຊສົມບູນ ຜູ້ເກົ່າ ເຂົ້າຮັບອຸດໜູນບຳນານ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ຕັ່ງຫົວໜ້າອົງການກາແດງແຂວງໄຊສົມບູນຜູ້ໃໝ່, ຂອງເຈົ້າແຂວງໄຊສົມບູນ ທີ່ຕົກລົງແຕ່ຕັ້ງທ່ານ ດຣ ບົວເກດ ວົງປະເສີດ ເປັນຫົວຫົວອົງການກາແດງແຂວງໄຊສົມບູນ ຜູ້ໃໝ່, ພ້ອມທັງມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າອົງການການແດງແຂວງໄຊສົມບູນຜູ້ເກົ່າແລະຜູ້ໃໝ່
ຈາກນັ້ນ ທ່ານ ຮອງເລຂາພັກແຂວງຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະສືບຕໍ່ ເອົາໃຈໃສ່ວຽກງານໂຄສະນາ,ເຜີຍແຜ່ກົດໝາຍວ່າດ້ວຍວຽກງານກາແດງ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງ ເພື່ອໃຫ້ສັງຄົມເຂົ້າໃຈຫຼັກການພື້ນຖານຂອງຂະບວນການກາແດງ ແລະ ສົ່ງເສີມຄຸນຄ່າດ້ານມະນຸດສະທຳ; ປັບປຸງແບບແຜນວິທີເຮັດວຽກ,ສ້າງແຜນພັດທະນາວຽກງານກາແດງແຂວງໃຫ້ສອດຄ່ອງກັບແຜນພັດທະນາ5ປີ ແລະແຜນຍຸດທະສາດ10ປີແຕ່ປີ 2021-2030 ຂອງອົງການກາແດງແຫ່ງຊາດລາວຕິດພັນກັບດຳລັດ 414ຫ/ ລບ ແລະ ແຜນພັດທະນາເສດຖະກິດຂອງແຂວງໄຊສົມບູນ; ປັບປຸງກົນໄກການປະສານງານຕາມສາຍຕັ້ງ, ສາຍຂວາງ; ເອົາໃຈໃສ່ປຸກລະດົມຂົນຂວາຍວຽກງານເລືອດໃຫ້ຫຼາຍຂຶ້ນ ເພື່ອໃຫ້ຮັບປະກັນຄວາມພຽງພໍຊົມໃຊ້ຕໍ່ຜູ້ທີ່ມີຄວາມຕ້ອງການຊົມໃຊ້ເລືອດ ຮັບປະກັນສະໜອງເລືອດພຽງພໍ ແລະ ປອດໄພ.