ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 21 ທັນວາ 2021 ຢູ່ຫໍວັດທະນະທໍາແຫ່ງຊາດ, ໄດ້ມີພິທີປະກາດການແຕ່ງຕັ້ງທ່ານ ໂພສີ ແກ້ວມະນີວົງ ຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ເປັນຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ຕາມດໍາລັດຂອງນາຍົກລັດຖະ ມົນຕີ ເລກທີ 643 ລົງວັນທີ 1 ທັນວາ 2021 .ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ, ມີຄະນະພັກ, ຫົວໜ້າກົມ, ຫົວໜ້າສະຖາບັນ, ຫົວໜ້າກອງ ແລະ ພະນັກງານຫລັກແຫລ່ງ ອ້ອມຂ້າງກະຊວງດັ່ງກ່າວ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ມີຄໍາເຫັນໂອ້ລົມສະແດງຄວາມຊົມ ເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ)ຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງຄະນະພັກ ແລະ ພະນັກ ງານທົ່ວຂົງເຂດ ຖວທ, ພ້ອມທັງຊີ້ນໍາ ໃຫ້ຄະນະພັກທຸກຂັ້ນຕະຫລອດຮອດສະມາຊິກພັກ, ພະນັກ ງານ-ລັດຖະກອນທັງໝົດ ເພີ່ມທະວີີຄວາມຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ເພື່ອແນໃສ່ຮັບປະກັບການເຄື່ອນໄຫວໃຫ້ມີປະສິດທິພາບ, ວ່ອງໄວ, ທັນເວ ລາ. ລວມທັງຄົ້ນຄວ້າສັບຊ້ອນ ບຸກຄະລາກອນຂັ້ນຕ່າງໆໃນບາງຂົງເຂດ ໃຫ້ສອດຄ່ອງກັບວຽກງານຕົວຈິງ, ພ້ອມກັນສືບຕໍ່ປະຕິບັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້, ເປັນກໍາລັງແຮງໃນທຸກຂົງເຂດວຽກງານ ເຮັດໃຫ້ການເຄື່ອນໄຫວ ຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີຜົນສໍາເລັດອັນໃໝ່ ແລະ ຍິ່ງໃຫຍ່ກວ່າເກົ່າ.
ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.
ຮູບ: ເກດ