ວັນທີ 15 ຕຸລາ 2021ນີ້,ຢູ່ທີ່ສະໂມສອນກອງຮ້ອຍເອກະລາດ 51 ໄດ້ມີພິທີປະກາດແຕ່ງຕັ້ງ ຂັນນໍາພາ-ບັນຊາຂັ້ນໝວດ.02 ກົມກອງທີ່ຂື້ນກັບເຫຼົ່າຮົບຊ່າງແສງ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ ມີຄະນະພັກ-ຄະນະບັນຊາ ຂັ້ນ ໝູ່,ໝວດ ແລະ ແຂກຖືກເຊີນບັນດາພະແນການຂອງກົມຊ່າງແສງເຂົ້າຮ່ວມ.
ໃນພິທີສະຫາຍ ພັນໂທ ໄຊຊະນະ ມະນີວັນ ຮອງຫົວໜ້າ ພະແນກແຜນການ-ສັງລວມກົມຊ່າງແສງ ໄດ້ຂື້ນອ່ານຂໍ້ຕົກລົງຂອງກົມໃຫ່ຍເສນາທິການກອງທັບ. ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ)ໃນພາກທີ ll ໝວດ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ-ຍົກຍ້າຍນາຍທະຫານ.ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະ ກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບກອບອາວຸດໃຫ້ເຂັ້ມແຂງໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນນີ້້ຄະນະປະຈໍາພັກອົງການກົມໃຫ່ຍເສນາທີການກອງທັບຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ກອງແກ້ວ ອິນຄຳແສງ ເປັນຫົວໜ້າໝວດສຳນັກ ກອງຮ້ອຍເອກະລາດ 51 , ສະຫາຍ ພັນຕີ ຄຳພຸດ ມະນີພອນ ເປັນຫົວໜ້າໝວດສ້ອມແປງ, ສະຫາຍ ພັນຕີ ຄຳເຈີ ພົມມະຈັນ ເປັນຫ້ອງໜ້າໝວດສຳນັກ ແລະ ສະຫາຍ ພັນຕີ ນ້ອຍແສງດາວ ກອງຈັນສີ ເປັນຮອງຫົວໜ້າໝວດສ້ອມແປງ. ໃນວັນດຽວກັນນີ້ ກອງພັນກໍ່ສ້າງ ຂົວ-ທາງ 587 ກໍ່ຍັງໄດ້ປະກາດຂັ້ນນຳພາ ໝູ່-ໝວດ ເຊັ່ນດຽວກັນ ໃນນີ້ໄດ້ປະກາດແຕ່ງຕັ້ງສະຫາຍ ພັນຕີ ສຸລິລັກ ໄຊບັນດິນ ເປັນຫົວໜ້າໝູ່ 02 ໝວດ02 ກອງຮ້ອຍ 01 ຢູ່ໃນພາຍ ກອງພັນກໍ່ສ້າງ ຂົວ-ທາງ 587, ຮ້ອຍເອກ ຄຳຜົງ ພົງສະຫວັນ ເປັນຮອງຫົວໜ້າໝູ່ 02 ໝວດ02 ກອງຮ້ອຍ 01, ສະຫາຍ ພັນຕີ ຄໍາພັດ ອິນທະລາ ເປັນຫົວໜ້າໝູ່ 02 ໝວດ03 ກອງຮ້ອຍ 01,ສະຫາຍ ຮ້ອຍໂທ ອຸດ ພົມມະທັນ ເປັນຮອງຫົວໜ້າໝູ່ 02 ໝວດ02 ກອງຮ້ອຍ 01,ສະຫາຍ ພັນຕີ ແສງທອງ ໄຊສະຫວາ ເປັນຮອງຫົວໜ້າ ໝູ່ 02 ໝວດ 01 ກອງຮ້ອຍ 01 ແລະ ສະຫາຍ ພັນຕີ ສຸລົດ ວົງວິໄຊ ເປັນຫົວໜ້າ ໝູ່ 01 ໝວດ 03 ກອງຮ້ອຍ 01.
ໃນພິທີ ສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ ປະທານພິທີໄດ້ຍັງໄດ້ໂອ້ລົມ ແລະ ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາ ຜູ້ທີ່ໄດ້ຮັບການແຕ່ງຕັ້ງຕະຫຼອດພະນັກງານ-ນັກຮົບພາຍໃນໝູ່-ໝວດ ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ເປັນບັນຫາສໍາຄັນສອດຫ້ອຍເຂົ້າທຸກຂົງເຂດວຽກງານທີ່ໄດ້ຮັບມອບໝາຍ ແລະ ພ້ອມກັນຮັກສາຄວາມສາມັກຄີ ແລະ ຄວາມເປັນເອກະພາບຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ໃຫ້ກາຍເປັນພະນັກງານສືບທອດທີ່ດີຂອງກອງທັບໃນສະເພາະໜ້າ ແລະ ຍາວນານ.
Loading...