ຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ປະກາດການຈັດຕັ້ງຄະນະບໍລິຫານງານ ສະຫະພັນບານເຕະຄົນພິການແຫ່ງຊາດລາວ (ສກຕລ) ໃນວັນທີ 6 ກໍລະກົດ 2021 ທີ່ຫ້ອງການ ຄອລ ເມືອງຈັນທະບູລີ ນະ ຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານຄະນະກຳມະການໂອແລມປີກແຫ່ງຊາດລາວ (ຄອລ) ທັງເປັນປະທານ ຄພລ.
ຄະນະບໍລິຫານ ສກຕລ ຊຸດໃໝ່ ປະກອບມີ ທ່ານ ລິດທິໄກ ພູມມະສັກ ເປັນປະທານ, ທ່ານ ນາງ ເມລີ ບຸດທະລາດ ແລະ ທ່ານ ພູທອງ ພົນວິໄຊ ເປັນຮອງປະທານ. ນອກຈາກນີ້ ຍັງໄດ້ແຕ່ງຕັ້ງຜູ້ຮັບຜິດຊອບວຽກງານດ້ານຕ່າງໆ ຂອງສະຫະພັນບານເຕະຄົນພິການແຫ່ງຊາດລາວ ຕື່ມອີກ.
ການຈັດຕັ້ງຄັ້ງນີ້ ເພື່ອແນ່ໃສ່ປັບປຸງກົງຈັກການຈັດຕັ້ງສະຫະພັນບານ ເຕະຄົນພິການແຫ່ງຊາດລາວ ໃຫ້ມີຄວາມເຂັ້ມແຂງສາມາດພັດທະນາວົງ ການກິລາບານເຕະຄົນພິການໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວເປັນວົງກວ້າງ ເວົ້າລວມ, ເວົ້າສະເພາະແມ່ນສາມາດນຳພານັກກິລາເຕະບານຄົນພິການທີມຊາດລາວ ເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນກິລາລະດັບພາກພື້ນ, ອານຸພາກພື້ນ ແລະ ສາກົນ ເພື່ອສ້າງຊື່ສຽງໃຫ້ແກ່ປະເທດຊາດ.
ໂດຍ: ສົງການ
Loading...