ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປະກາດການແຕ່ງຕັ້ງ ທ່ານ ອຸດົມ ພອນຄຳເພັງ ເປັນອະທິການບໍດີ ມຊ ຂຶ້ນໃນວັນທີ 11 ເມສາ ນີ້ ທີ່ ມຊ, ໂດຍການເຂົ້າຮ່ວມຂອງ ທ່ານ ພຸດ ສິມມາລາວົງ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິ ລາ, ມີຄະນະພັກ, ຄະນະນໍາກະຊວງ, ຮອງອະທິການບໍດີ, ຫົວໜ້າກົມ-ຮອງກົມ, ຄະນະບໍດີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ອຸ່ນຄຳ ອວນສະຫວັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຂຶ້ນຜ່ານດຳລັດວ່າດ້ວຍການແຕ່ງຕັ້ງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ສະບັບເລກທີ 110/ນຍ, ລົງວັນທີ 23 ມີນາ 2022 ວ່າດ້ວຍການແຕ່ງຕັ້ງ ທ່ານ ອຸດົມ ພອນຄຳເພັງ ເປັນອະທິການບໍດີ ມຊ.
ໃນໂອກາດດັ່ງກ່າວ ທ່ານ ພຸດ ສິມມາລາວົງ ໄດ້ໃຫ້ກຽດມອບດຳລັດ ແລະ ໂອ້ລົມ ຊຶ່ງທ່ານໄດ້ເນັ້ນໃຫ້ການສ້າງ ມຊ ໃຫ້ກາຍເປັນບ່ອນຜະລິດຊັບພະຍາກອນມະນຸດທີ່ມີຄຸນນະພາບ, ສ້າງມຊ ໃຫ້ກາຍເປັນສູນຮຽນຮູ້ທີ່ທັນສະໄໝຮອບດ້ານ, ສ້າງ ມຊ ໃຫ້ເປັນບ່ອນພັດທະນາບັນດິດຢ່າງມີຄຸນນະພາບ ມີການພັດທະນາກ້າວໜ້າ ກ້າວໄກ ຫັນເອົາ ມຊ ກຸ້ມຕົນເອງທາງດ້ານການເງິນເທື່ອລະກ້າວໃນອະນາຄົດ.
(ຂ່າວ-ພາບ: ພູວັນ)
Loading...