ວັນທີ 2 ມີນາ 2022 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະກາດແຕ່ງຕັ້ງ ເລຂາ, ຄະນະປະຈໍາພັກ, ປະທານກວດກາພັກ, ບົ່ງຕົວແຕ່ງຕັ້ງກໍາມະການພັກ ແລະ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າ ແລະ ຮອງຫົວໜ້າກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນໍາກະຊວງ, ຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການ, ຄະນະພັກ-ຄະນະບັນຊາອົງການ, ກົມ, ຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈໍາພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ສະຫາຍພົນຈັດຕະວາ ສົມພອນ ມິດຕະພອນ ເປັນຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ; ມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງປ່ຽນແທນກໍາມະການຄະນະພັກ, ກໍາມະການປະຈໍາພັກ ແລະ ເລຂາຄະນະພັກ ກົມໃຫຍ່ເສນາທິການກອງທັບ; ຄະນະພັກກະຊວງປ້ອງກັນປະເທດ ຕົກລົງ ບົ່ງຕົວແຕ່ງຕັ້ງ: ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນກໍາມະການຄະນະພັກ ທັງເປັນ ກໍາມະການປະຈໍາພັກ ແລະ ເລຂາຄະນະພັກກົມໃຫຍ່ເສນາທິການກອງທັບ ( ປ່ຽນແທນສະຫາຍ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່ ); ບົ່ງຕົວແຕ່ງຕັ້ງປ່ຽນແທນກໍາມະການຄະນະພັກ, ກໍາມະການປະຈໍາພັກ ແລະ ປະທານກວດກາພັກ ຄະນະພັກກົມໃຫຍ່ເສນາທິການກອງທັບ ຄື: ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນກໍາມະການປະຈໍາພັກ ( ປ່ຽນແທນ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຍົກຍ້າຍໄປຮັບໜ້າທີ່ໃໝ່ ), ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຫົວໜ້າກົມກໍາລັງພົນເປັນກໍາມະການປະຈໍາພັກ ກົມໃຫຍ່ເສນາທິການກອງທັບ ( ປ່ຽນແທນ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຍົກຍ້າຍໄປຮັບໜ້າທີ່ໃໝ່ ), ສະຫາຍ ພັນເອກ ອໍາພອນ ທະວີໄຊ ຫົວໜ້າກົມກົດລັບ ເປັນກໍາມະການຄະນະພັກອົງການກົມໃຫຍ່ເສນາທິການກອງທັບ, ພ້ອມກັນນັ້ນກໍ່ຍັງໄດ້ຜ່ານ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ສໍາລານ ສິລິໂພຄໍາ ເປັນຫົວໜ້າກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ ( ປ່ຽນແທນ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຍົກຍ້າຍໄປຮັບໜ້າທີ່ໃໝ່ ), ສະຫາຍ ພັນເອກ ສຸກສະຫວັດ ດາລາສຸກ ເປັນຮອງກົມ.
ໂອກາດທີ່ມີຄວາມໝາຍຄວາມສໍາຄັນນີິ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ກໍ່ໄດ້ມີຄໍາເຫັນໂອ້ລົມຕໍ່ຜູ້ທີ່ໄດ້ໜ້າທີ່ໃໝ່ຫຼາຍບັນຫາ ແລະ ເນັ້ນໜັກໃຫ້ແຕ່ລະສະຫາຍສືບຕໍ່ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ພ້ອມກັນສຸມໃສ່ເຮັດໜ້າທີ່ການເມືອງຂອງຕົນຢ່າງເປັນເຈົ້າການ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນເຮັດວຽກໃຫ້ຮັດກຸ່ມ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບບແຜນເຮັດວຽກຕ້ອງມີຂັ້ນຕອນ, ມີຈຸດສຸມ ແລະ ປະຕິບັດໜ້າທີ່ໃຫ້ສໍາເລັດສູງກວ່າເກົ່າພ້ອມກັນກໍ່ສ້າງກອງທັບປະຊາຊົນລາວກ້າວຂຶ້ນເປັນກອງທັບທີ່ມີລະບຽບແບບແຜນທັນສະໄໝເປັນກ້າວໆ.
ໂດຍ: ເກນ ວິໄລສານ


