ພິທີປະກາດແລະມອບຮັບຫນ້າທີ່ ລະ ຫວ່າງ ຜູ້ອຳນວຍການໂຮງຫມໍແຂວງອຸ ດົມໄຊ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 26 ກຸມພານີ້ ຢູ່ທີ່ຫ້ອງປະຊຸມໂຮງຫມໍແຂວງ.
ພິທີ ໄດ້ຜ່ານບົດສະຫລຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານການບໍລິການຂອງໂຮງຫມໍແຂວງອຸດົມໄຊ ໄລຍະ5ປີຜ່ານມາ ພ້ອມທັງຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດໃຫ້ພະນັກງານພັກຜ່ອນກ່ອນມື້ຮັບອຸດຫນູນບຳນານ ໂດຍໄດ້ອານຸມັດໃຫ້ ດ໋ອກເຕີ ຄຳພັນ ໄຊຍະວົງ ຜູ້ອຳນວຍການໂຮງຫມໍແຂວງອຸດົມໄຊ ຜູ້ເກົ່າ ພັກຜ່ອນຮັບອຸດຫນູນບຳນານ ແລະ ຜ່ານຂໍຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍ ການແຕ່ງຕັ້ງຜູ້ອຳນວຍການໂຮງຫມໍແຂວງອຸດົມໄຊ ໂດຍໄດ້ແຕ່ງຕັ້ງ ດ໋ອກເຕີ້ ລັດຕາ ວັນນະຈິດ ຄະນະພັກຮາກ ຖານພະແນກສາທາລະນະສຸແຂວງ,ຮອງຜູ້ອຳນວຍການໂຮງຫມໍແຂວງ ເປັນຜູ້ອຳນວຍການໂຮງຫມໍແຂວງ ຈາກນັ້ນ ຜູ້ອຳນວຍການຜູ້ເກົ່າແລະຜູ້ໃຫມ່ ກໍໄດ້ລົງນາມເຊັນບົດບັນທຶກມອບຮັບຫນ້າທີ່ຢ່າງເປັນທາງການ ໂດຍມີທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ,ຫົວຫນ້າຄະນະຈັດຕັ້ງແຂວງ, ດ໋ອກເຕີ ຫຸມພັນ ອິນທະມຸງຄຸນ ກຳມະການພັກແຂວງ ຫົວຫນ້າພະແນກສາທາລະນະສຸກແຂວງ. ມີບັນດາພະແນກການ,ຂະແຫນງການທີ່ກ່ຽວຂ້ອງ,ຄະນະອຳນວຍການໂຮງຮຽນສາລະນະສຸກ,ໂຮງຫມໍພ້ອມດ້ວຍຫົວຫນ້າ,ຮອງຫົວຫນ້າຫນ່ວຍງານແລະພະນັກງານແພດຫມໍພາຍໃນໂຮງຫມໍແຂວງເຂົ້າຮ່ວມເປັນສັກຂີພິຍານ.





ຂ່າວ. ໄມພອນ