ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້້າວັນທີ 2 ສິງຫາ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງການສາທາ ລະນະສຸກເມືອງປາກລາຍ ແຂວງໄຊຍະບູລີ, ໄດ້ຈັດພິທີສັກວັກຊີນ ເພື່ອປ້ອງກັນໂຄວິດ-19 ໃຫ້ບັນດາພະນັກງານ-ລັດຖະກອນ ພໍ່ແມ່ປະຊາຊົນໃນທົ່ວເມືອງປາກລາຍການສັກວັກຊີນຄັ້ງນີ້້ ທ່ານ ສີສຸພັນ ຈັນສະຫັວດ ຮອງຫົວໜ້າຫ້ອງການສາ ທາລະນະສຸກເມືອງປາກລາຍໄດ້ໃຫ້ຮູ້ວ່າ:ການສັກວັກຊີນໃນຄັ້ງນີ້, ແມ່ນປະ ຕິບັດຕາມແຈ້ງການຂອງກະຊວງ ສາທາ ລະນະສຸກ ກ່ຽວກັບ ການຈັດຕັ້ງປະຕິບັດສັກຢາກັນພະຍາດໂຄວິດ 19, ເຊິ່ງວັກຊີນ ທີ່ເອົາມາສັກໃນມື້ນີ້ ແມ່ນປະເພດຈອນສັນແອນຈອນສັນ ເມືອງປາກລາຍພວກໄດ້ຮັບວັກຊີນຈອນສັນແອນຈອນສັນທັງໜົດ7.000ໂດສ,ເຊີ່ງໃນນີ້ໄດ້ແບ່ງປັນອອກຮັບໃຊ້ໃຫ້ໂຮງໝໍນ້ອຍແລະສຸກສາລາປະຈຳຢູ່ກຸ່ມບ້ານບໍລິການສັກໃຫ້ປະຊາຊົນຈຳນວນ 2.000ໂດສ,ສ່ວນທີ່ເຫືລອແມ່ນບໍລິການຢູ່ໂຮງໜໍເມືອງປາກລາຍ,ໂອກາດດຽວກັນນີ້ ທ່ານສີສຸພັນ ຈັນສະຫັວດ ຍັງໄດ້ແນະນໍາໃຫ້ຜູ້ທີ່ມາ ສັກວັກຊີນ ຕ້ອງເປັນຄົນສຸຂະພາບແຂງແຮງ, ບໍ່ມີໄຂ້, ບໍ່ເປັນຫວັດ, ຄົນຖືພາ, ໃຫ້ນົມລູກ ຫລື ຄົນໃກ້ຈະຖືພາ, ມີໂລກປະຈຳ ຕົວ, ແພ້ຢາຮຸນແຮງ ແລະ ສຳຄັນທີ່ສຸດ ຖ້າມີອາການແພ້ ເຊັ່ນວ່າ ປະເພດອາຫານ ທະເລ ຫລື ຢາຕ້ານເຊື້ອໃດໂຕໜຶ່ງ ຫລື ສັກວັກຊີນໃດໜຶ່ງມາກ່ອນ ແມ່ນພວກເຮົາຈະບໍ່ໄດ້ສັກໃຫ້. ໃນໄລຍະຜ່ານມາ ສຳລັບ ຜູ້ທີ່ສັກໄປແລ້ວ ເຫັນວ່າຈະມີອາການຂ້າງຄຽງແບບເບົາບາງ ເປັນຕົ້ນ ແມ່ນ ປວດແຂນເບື້ອງທີ່ຖືກສັກ, ມີໄຂ້, ແຕ່ວ່າອາການດັ່ງກ່າວ ແມ່ນປົກກະຕິຂອງຢານີ້, ຖ້າວ່າຫາກບຸກຄົນໃດຫາກມີອາການວິນວຽນ ເຮົາແນະນໍາໄປໂຮງໝໍ ໂດຍທັນທີ ແລະ ທີ່ສຳຄັນ ພາຍຫຼັງທີ່ສັກວັກຊີນ ແລ້ວຫ້າມດື່ມເຄື່ອງດື່ມທີ່ມີທາດເຫຼົ້າ,ເບຍ ສີ່ງມຶນເມົາ ແລະ ປະເພດເຄື່ອງດອງເປັນເວລາ 7 ວັນ ອີກດ້ວຍ.
ໃນນາມທີ່ເປັນແພດໝໍຄົນໜຶ່ງ ຮຽກ ຮ້ອງມາຍັງພໍ່ແມ່ປະຊົນ ແລະ ສັງຄົມຂອງພວກເຮົາຈົ່ງຊ່ວຍກັນ ໂດຍສະເພາະ ປະ ຕິບັດຕາມມາດຕະການ ແລະ ລະບຽບການ ທີ່ທາງຂັ້ນເທິງວາງອອກຢ່າງເຂັ້ມງວດ ເຖິງວ່າ ຈະສັກວັກຊີນແລ້ວກໍດີ, ຜູ້ທີ່ບໍ່ໄດ້ສັກກໍດີ ໃຫ້ສືບຕໍ່ປະຕິບັດມາດຕະການປ້ອງກັນຕ່າງໆທີ່ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ການຮັກສາໄລຍະຫ່າງ, ລ້າງມືໃສ່ເຈວ ຫລື ສະບູ, ໃສ່ຜ້າປິດປາກ-ດັງ, ຫ້າມບໍ່ໃຫ້ມີການຊຸມແຊວ ທີ່ຝືນຕໍ່ກົດລະບຽບທີ່ທາງໜ່ວຍງານ ສະເພາະກິດວາງອອກ, ເນື່ອງຈາກໄລຍະນີ້ ແມ່ນໜັກໜ່ວງສົມຄວນ ທີ່ປະເທດຂອງພວກເຮົາເກີດມີການລະບາດຂຶ້ນ. ສະນັ້ນ, ຂໍຮຽກຮ້ອງໃຫ້ຈົ່ງພ້ອມກັນຊ່ວຍແພດໝໍພວກເຮົາ ແລະ ທັງເປັນການຊ່ວຍສັງຄົມນຳອີກ ຢູ່ເຮືອນບໍ່ອອກນອກບ້ານຖ້າບໍ່ຈຳເປັນ.