ໃນວັນທີ 16 ສິງຫາ 2021 ຫ້ອງການສາທາລະນະສຸກເມືອງ ໄດ້ເປີດຂະບວນສັກຢາກກັນພະຍາດ ໂຄວິດ 19 ຂຶ້ນ ເປັນຄັ້ງທີ IV, ສໍາລັບຢາທີ່ນໍາມາສັກໃນເທື່ອນີ້ແມ່ນ Astrazeneca ( ແອັດຣຕ້າເຊເນກ້າ ) ເຂັ້ມທີ I , ເຊິ່ງເມືອງ ອາດສະພອນ ແມ່ນໄດ້ຮັບຢາຈາກການແບ່ງປັນຈາກແຂວງປະມານ 6ພັນ440 ໂດສ, ຢາດັ່ງກ່າວ ກໍ່ຈະໄດ້ສັກໃຫ້ປະຊາຊົນທຸກຊັ້ນຄົນ, ທຸກສາຂາອາຊີບ ນັບແຕ່ພະສົງ ສາມະເນນ, ພະນັກງານລັດຖະກອນ, ທະຫານ-ຕໍາຫຼວດ, ພະນັກງານບໍລິສັດ, ກໍາມະກອນ ແລະ ພໍ່-ແມ່ ປະຊາຊົນ ທີ່ຢູ່ໃນກຸ່ມເປົ້າໝາຍ ມີເງື່ອນໄຂໃນເກນອາຍຸ 18 ປີ ຂຶ້ນໄປ ກໍ່ສາມາດມາຮັບວັກຊິນໄດ້ຢູ່ທີ່ເດີ່ນຫ້ອງການສາທາ ລະນະສຸກເມືອງ ເຊິ່ງເພີ່ນໄດ້ຈັດແບ່ງຈຸດບໍລິການສັກວັກຊິນກັນພະຍາດ ໂຄວິດ 19 ຄັ້ງນີ້ອອກເປັນ 2 ຈຸດ ,ພ້ອມກັບການປະຕິຕາມມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມ ການແຜ່ລະ ບາດຂອງພະຍາດດັ່ງກ່າວ, ສໍາລັບການບໍລິການສັກວັກຊິນປ້ອງກັນພະຍາດໂຄວິດໃນຄັ້ງນີ້ແມ່ນເລີ່ມແຕ່ ວັນທີ 16 ຫາ 23 ສິງຫາ 2021 ໃນໂມງລັດຖະການ ນອກຈາກຈຸດຢູ່ຕົວເມືອງແລ້ວ ປະຊາຊົນຊາວເມືອງ ອາດສະພອນ ທຸກຊັ້ນຄົນ ທຸກສາຂາອາຊີບ ຢູ່ຕາມຈຸດສຸມ, ກຸ່ມບ້ານ, ບ້ານ ເຂດຫ່າງໄກຕົວເມືອງ ກໍ່ສາມາດເຂົ້າຮັບບໍລິການສັກຢາວັກຊິນປ້ອງກັນພະຍາດໂຄວິດໄດ້ຕາມໂຮງໝໍນ້ອຍແຫ່ງຕ່າງໆ ເຊັ່ນ : ໂຮງໝໍນ້ອຍ ບ້ານ ກຸດຫີນ, ໂຮງໝໍນ້ອຍບ້ານ ນາປອດ, ໂຮງໝໍນ້ອຍບ້ານ ວຽງໄຊ, ໂຮງໝໍນ້ອຍບ້ານ ນາເລົ່າ, ໂຮງໝໍນ້ອຍບ້ານ ໂພນງາມ, ໂຮງໝໍນ້ອຍຈຸດສຸມ ໂນນມີໄຊ ແລະໂຮງໝໍນ້ອຍຈຸດສຸມ ແກ້ງໝົ້ມ ແລະໃນໄລຍະທີ່ຜ່ານມາຂະແໜງສາທາລະນະສຸກເມືອງກໍ່ໄດ້ບໍລິການສັກວັກຊິນໃຫ້ປະຊາຊົນແລ້ວ 3ພັນ575 ໂດສ ໃນນັ້ນ ແອັດຣຕ້າເຊເນກ້າ 115 ໂດສ ຊິນໂນຟາມ 1ພັນ 524 ໂດສ ຈອນສັນແອນຈອນສັນ 2ພັນ 63 ໂດສ ເມື່ອສົມທຽບໃສ່ຈໍານວນພົນລະເມືອງພາຍໃນເມືອງ 50 % ຕາມເປົ້າໝາຍຂອງລັດຖະບານ ປະຊາຊົນຊາວເມືອງ ອາດສະພອນ ແມ່ນໄດ້ຮັບຢາວັກຊິນກັນພະຍາດໂຄວິດ 19 ແລ້ວປະມານ 10 %
ຜູ້ສື່ຂ່າວເມືອງ ອາດສະພອນ
Loading...