ບໍລິສັດ ພັດທະນາກະສິກໍາ ລາວ-ຍີ່ປຸ່ນ ຊຽງຂວາງ ຈຳກັດ (ລາວ-ຈາໂກຣ) ໄດ້ດໍາເລີ່ມດຳເນີນໂຄງການຟາມ ໄວຕາມິວ ລາວ-ຈາໂກຣ (Vinamilk Lao-Jagro) ໂດຍໄດ້ເລີ່ມລົງມືການກໍ່ສ້າງໃນເມື່ອວັນທີ 24 ພຶດສະພາ 2019 ຊຶ່ງປັດຈຸບັນ ສາມາດສ້າງວຽກເຮັດງານທຳໃຫ້ຄົນລາວແລ້ວ 100 ກວ່າຄົນ ແລະ ຄາດວ່າເມື່ອເລີ່ມມີການລີດນົມງົວເພື່ອສົ່ງອອກ ຈະຮັບແຮງງານເພີ່ມອີກ 500 ອັດຕາ ຊຶ່ງໃນນີ້ ແມ່ນເລັ່ງໃສ່ແຮງງານລາວ.

ທ່ານ ແສງປັນ ເພັດດາລາ ອຳນວຍການທີ່ດິນຂອງບໍລິສັດພັດທະນາກະສິກຳ ລາວ-ຍີ່ປຸ່ນ ຊຽງຂວາງ ຈໍາກັດ ໄດ້ໃຫ້ສຳພາດກັບນັກຂ່າວໜັງສືພິມປະຊາຊົນວ່າ: ບໍລິສັດເຮົາ ກໍເປັນພາກສ່ວນໜຶ່ງ ທີ່ໄດ້ໃຫ້ການສະໜັບສະໜູນ ງານກິລາ ຊຽງຂວາງເກມ ຈໍານວນ 50 ລ້ານກີບ. ບໍລິສັດເຮົາ ໄດ້ດໍາເນີນໂຄງການຟາມ ໄວຕາມິວ ລາວ-ຈາໂກຣ ເປັນໂຄງການລ້ຽງງົວນົມ ເພື່ອຜະລິດນົມງົວສົດ ສົ່ງອອກໄປຫວຽດນາມ ຊຶ່ງປັດຈຸບັນຍັງຢູ່ໃນຂັ້ນຕອນເລີ່ມຕົ້ນ. ເຖິງຢ່າງໃດກໍຕາມ, ໃນການດຳເນີນໂຄງການ ບໍລິສັດໄດ້ເລັງໃສ່ການສ້າງວຽກເຮັດງານທໍາ ໃຫ້ແຮງງານລາວ ກໍຄືແຮງງານທີ່ຢູ່ອ້ອມຂ້າງພື້ນທີ່ຂອງໂຄງການ ຕາມທິດຊີ້ນໍາຂອງພັກ- ລັດຖະບານ ກໍຄືອໍານາດການປົກຄອງແຂວງຊຽງຂວາງ ຊຶ່ງໂຄງການນີ້ ຈະເພີ່ມທະວີການພົວພັນຮ່ວມມືມິດຕະພາບ ແລະ ການພັດທະນາ ເສດຖະກິດ ຂອງລາວ,ຫວຽດນາມ ແລະ ຍີ່ປຸ່ນ.


ໂຄງການໄດ້ເລີ່ມລົງມືເມື່ອວັນທີ 24 ພຶດສະພາ 2019 ໂດຍໄດ້ກໍ່ສ້າງລ່າງພື້ນຖານ ແລະ ນໍາເຂົ້າອຸປະກອນກົນຈັກຕ່າງໆ ຊຶ່ງປັດຈຸບັນ ໄດ້ມີການຈ້າງງານແລ້ວ 200 ກວ່າຄົນ (ໃນນີ້ ມີວິຊາການຫວຽດນາມ 26 ຄົນ, ເຫຼືອນັ້ນແມ່ນແຮງງານຄົນລາວ) ຊຶ່ງກໍໝາຍຄວາມວ່າ ປັດຈຸບັນ ໂຄງການນີ້ ໄດ້ສ້າງວຽກເຮັດງານທໍາໃຫ້ຄົນລາວແລ້ວ 100 ກວ່າຄົນ. ການດໍາເນີນວຽກງານຂອງໂຄງການ, ປັດຈຸບັນໄດ້ດຳເນີນໃນເນື້ອທີ່ 1.000 ກວ່າເຮັກຕາ ແລະ ຈະບຸກເບີກເພີ່ມຕື່ມໃຫ້ໄດ້ ເຖິງ 2.000; ແລ້ວຈຶ່ງບຸກເບີກໃຫ້ໄດ້ 5.000 ເຮັກຕາຕາມແຜນການ ດ້ວຍການລົງທຶນເບື້ອງຕົ້ນແມ່ນ 120 ລ້ານໂດລາ ແລະ ຈະໄດ້ເພີ່ມຂຶ້ນເປັນ 150 ລ້ານໂດລາ ຊຶ່ງສ່ວນຫຼາຍບັນດາລາຍການຂອງໂຄງການໄດ້ສຳເລັດ 99-100%, ບາງລາຍການກຳລັງຢູ່ໃນຂັ້ນຕອນການຕິດຕັ້ງຂັ້ນສຸດທ້າຍ. ໃນເດືອນກໍລະກົດຜ່ານມາ ບໍລິສັດໄດ້ນໍາງົວນົມ (ສາວ) ມາແຕ່ສະຫະລັດອາເມຣິກາ ຈຳນວນ 1.000 ໂຕທຳອິດ, ຄາດວ່າເດືອນ 3 ປີ 2023 ຈະເລີ່ມເອົາເຂົ້າມາເທື່ອລະນ້ອຍ ເພືີ່ອໃຫ້ໄດ້ 4.000 ໂຕ. ເມື່ອສໍາເລັດໂຄງລ່າງພື້ນຖານດ້ານການປູກພືດໃນການສະໜອງອາຫານໃຫ້ງົວ ແລະ ໂຮງງານຜະລິດອາຫານສັດສຳເລັດ ກໍຈະນໍາງົວເຂົ້າມາໃຫ້ເປັນ 8.000 ໂຕຕາມແຜນການ.


ທ່ານ ແສງປັນ ເພັດດາລາ ກ່າວຕື່ມວ່າ: ປັດຈຸບັນໄດ້ທຳການປະສົມພັນທຽມແລ້ວ, ງົວນົມ ໄດ້ມີການຖືພາ ແລະ ຄາດວ່າໃນເດືອນ 5 ປີ 2023 ກໍຈະໄດ້ເລີ່ມຮີດນົມງົວ ກໍຄືຜະລິດນົມງົວສົດສຸດທຳອິດຂອງໂຄງການ, ເມື່ອເຖິງເວລານັ້ນ ກໍຈະມີການຈ້າງງານເພີ່ມຂຶ້ນ ໂດຍກ່ອນອື່ນໝົດ ເລັງໃສ່ແຮງງານຄົນລາວ ປະມານ 500 ອັດຕາ (ສ່ວນຫຼາຍເອົາແຮງງານວິຊາສະເພາະ ແລະ ແຮງງານດິບຈໍາໜວນໜຶ່ງ).
ທ່ານ ແສງປັນ ເພັດດາລາ ຍັງໃຫ້ຮູ້ອີກວ່າ: ໃນຕະຫຼອດ 3 ປີ ແຫ່ງການດຳເນີນໂຄງການ ບໍລິສັດໄດ້ມອບພັນທະພາສີເຂົ້າງົບປະມານແຫ່ງລັດໂດຍທາງກົງ ແລະ ທາງອ້ອມ ຊຶ່ງຍອດມູນຄ່າການຊື້ສິນຄ້າ, ບໍລິການ ຢູ່ທ້ອງຖິ່ນແມ່ນຫຼາຍກວ່າ 13 ຕື້ກີບ. ຖ້າໂຄງການ, ໄດ້ດໍາເນີນການຮອດເວລາທີ່ມີງົວໃນຈໍານວນ 8.000 ໂຕ ຕາມແຜນການ ກໍຈະສາມາດສ້າງວຽກເຮັດງານທຳ ໂດຍກົງໃຫ້ແຮງງານລາວຫຼາຍຮ້ອຍຄົນ ແລະ ມີວຽກເຮັດງານທາງອ້ອມໃຫ້ຫຼາຍກວ່າພັນຄົນ ຜ່ານການຂະຫຍາຍການຜະລິດ ເພື່ອສິໜອງສະບຽງອາຫານ ກໍຄືການບໍລິການໃຫ້ແກ່ໂຄງການ ທັງເປັນການປະກອບລາຍຮັບ ອາກອນມູນຄ່າເພີ່ມ ແລະ ອາກອນລາຍຮັບຂອງບໍລິສັດເຂົ້າງົບປະມານຂອງລັດ ອີກດ້ວຍ.